ວັນບຸນດົນຕີຮ່າໂນ້ຍລະດູໃບໄມ້ຫຼົ່ນ

ວັນບຸນດົນຕີຮ່າໂນ້ຍລະດູໃບໄມ້ຫຼົ່ນ - ảnh 1
ວັນ​ບຸນ​ດົນຕີ ​ຮ່າ​ໂນ້ຍ ລະດູ​ໃບ​ໄມ້​ຫຼົ່ນ 2015 (ພາບ:dantri.com.vn)

(vovworld) –​ “ວັນ​ບຸນ​ດົນຕີ ​ຮ່າ​ໂນ້ຍ ລະດູ​ໃບ​ໄມ້​ຫຼົ່ນ 2015” ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 23/8 ຢູ່​ສະຖານ​ທີ່ 10 ​ແຫ່ງ, ​​ໄດ້ແນະນຳ​ດົນຕີ​ຫລາຍ​ປະ​ເພດ​ທີ່​ອຸດົມສົມ​ບຸນ ​ແລະ ສ້າງ​ຄວາມດຶງ​ດູດ. ນີ້​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ​ເຫດການສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ປະຕິວັດ​ເດືອນ ສິງຫາ ​ແລະ ວັນຊາດ 2/9 ຂອງນະ​ຄອນ​ຫລວງ ຮ່າ​ໂນ້ຍ. ນັກ​ດົນຕີ ກ໋ວກຈູງ, ຜູ້ອຳນວຍການ​ດົນຕີ​ຂອງ​ລາຍການ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ມີ​ລັກສະນະ​ອາຊີບ​​ສູງ ​ແລະ ​ແນະນຳ​ເຖິງ​ມະຫາຊົນ​​ເປັນຈຳນວນ​ຫລວງຫລາຍ ບັນດາປະ​ເພດ​ດົນຕີ​ທີ່​ທັນ​ສະ​ໄໝ​. ລາຍການ​ໄດ້​ຈັດ​ຕັ້ງຢູ່​​ເວທີ​ສະ​ແດງ​ກາງ​ແຈ້ງ 10 ​ແຫ່ງ. ເພື່ອ​ສຳ​ພັດ​ກັບ​ສິລະ​ປະ​ຂອງ​ມະຫາຊົນ​ຢ່າງ​ສະດວກ ​ແລະ ພວກ​ຂ້າພະ​ເຈົ້າ​ກໍ​ມານະ​ພະຍາຍາມ​ຊອກຫາ​ບັນດາ​ສະຖານ​ທີ່ຕ່າງໆ ທີ່ມີ​ລັກ​ສະ​ນະ​ປະຫວັດ​ສາດ ​ແລະ ​ແມ່ນ​ສະຖານ​ທີ່​ວັດທະນະທຳ​ຂອງ​ນະຄອນ ຮ່າ​ໂນ້ຍ.”

        ວັນ​ບຸນ​ດົນຕີ ຮ່າ​​ໂນ້ຍ ລະດູ​ໃບ​ໄມ້​ຫຼົ່ນ ​ແມ່ນ​ເຫດການ​ດົນ​ຕີ​ໃຫຍ່​ຄັ້ງ​ທຳ​ອິດ​​​ໂດຍພະ​ແນ​ກວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວຈັດ​ຕັ້ງ ດ້ວຍ​ຂອບ​ຂະໜາດ​ໃຫຍ່, ທີ່​ມີ​ສີສັນ​ຫລາຍ​ຢ່າງ, ດົນຕີ​ຫລາຍ​ປະ​ເພດ, ນັບ​ແຕ່​ດົນຕີ​ພື້ນ​ເມືອງ​ຕະຫລອດ​ຮອດ​ດົນຕີ​ທັນ​ສະ​ໄໝ.


ຂ່າວ/ບົດ​ອື່ນ