ວັນບຸນບໍລິຈາກເລືອດອາສາສະໝັກ “ວັນອາທິດແດງ”

(VOVWORLD) -ວັນບຸນບໍລິຈາກເລືອດອາສາສະໝັກ “ວັນອາທິດແດງ” ໄດ້ດຳເນີນຢູ່ຫຼາຍແຂວງ ແລະ ນະຄອນໃນທົ່ວປະເທດເມື່ອຕອນເຊົ້າວັນທີ 13 ມັງກອນ
ວັນບຸນບໍລິຈາກເລືອດອາສາສະໝັກ “ວັນອາທິດແດງ” - ảnh 1ວັນບຸນບໍລິຈາກເລືອດອາສາສະໝັກ  “ວັນອາທິດແດງ” 

ຢູ່ນະຄອນ ດານັ້ງ, ວັນບຸນໄດ້ດຶງດູດການເຂົ້າຮ່ວມຂອງຊາວໜຸ່ມ, ໄວໜຸ່ມ, ກຳລັງປະກອບອາວຸດຈຳນວນກວ່າ 1000 ຄົນ, ອັນໄດ້ບໍລິຈາກເລືອດ 600 ຖົງໃຫ້ແກ່ບັນດາໂຮງໝໍໃນບໍລິເວນນະຄອນດານັ້ງ. ອ້າຍ ຫງວຽນແມ້ງຢຸງ ຮອງເລຂາຄະນະຊາວໜຸ່ມນະຄອນດານັ້ງ ໃຫ້ຮູ້ວ່າ :

    “ວັນບຸນບໍລິຈາກເລືອດອາສາສະໝັກ  “ວັນອາທິດແດງ” ໄດ້ຮຽກຮ້ອງ ແລະ ຂົນຂວາຍບັນດາເພື່ອນັກສຶກສາ ກໍຄືປະຊາຊົນເຂົ້າຮ່ວມຢ່າງຕັ້ງໜ້າກ່ວາໃນການບໍລິຈາກເລືອດອາສາສະໝັກເພື່ອຊ່ວຍຄົນເຈັບ. ບຸນເຕັດປີນີ້, ພວກຂ້າພະເຈົ້າ ຍັງຮຽກຮ້ອງບັນດາເພື່ອນໜຸ່ມຈົ່ງຮ່ວມແຮງຮ່ວມໃຈເຂົ້າຮ່ວມ ວັນບຸນບໍລິຈາກເລືອດອາສາສະໝັກຕາມສານທີ່ວ່າ : ຢາດເລືອດກອບກູ້ເອົາຊີວິດມະນຸດ”

      ໃນຂະນະນັ້ນ, ຢູ່ນະຄອນໂຮ່ຈິມິນ, ຕອນເຊົ້າວັນທີ 13 ມັງກອນ, ນັກສຶກສາ, ພະນັກງານ, ຄູອາຈານ ແລະ ຜູ້ອອກແຮງງານກວ່າ 3000 ຄົນໃນບໍລິເວນນະຄອນໄດ້ເຂົ້າຮ່ວມ ວັນບຸນບໍລິຈາກເລືອດອາສາສະໝັກ “ວັນອາທິດແດງ”

ຄັ້ງທີ 11 ປີ 2019 ດ້ວຍຫົວເລື່ອງ: ບໍລິຈາກເລືອດເພື່ອກອບກູ້ເອົາຊີວິດມະນຸດ - ຊີວິດຂອງເພື່ອນ ແລະ ຂອງຂ້ອຍ. ເລກ໋ວກເຮືອງ ນັກສຶກສາສັງກັດມະຫາວິທະຍາໄລ ວັນຮ້ຽນ ຊຶ່ງໄດ້ເຂົ້າຮ່ວມ ວັນບຸນບໍລິຈາກເລືອດອາສາສະໝັກ “ວັນອາທິດແດງ” ໃຫ້ຮູ້ວ່າ :

     ນີ້ແມ່ນຄັ້ງທີ 3 ທີ່ນ້ອງໄດ້ເຂົ້າຮ່ວມບໍລິຈາກເລືອດ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ. ບໍລິຈາກເລືອດເພື່ອກອບກູ້ເອົາຊີວິດມະນຸດເພື່ອການກະທຳທີ່ໄວໜຸ່ມຄວນເຮັດ. ແຕ່ລະປີ, ຈຳນວນຜູ້ບໍລິຈາກເລືອດນັບມື້ນັບຫຼາຍຂຶ້ນ. ບໍ່ພຽງແຕ່ນັກສຶກສາໃນໂຮງຮຽນນ້ອງເທົ່ານັ້ນ, ຫາກຍັງມີນັກສຶກສາຢູ່ໂຮງຮຽນອື່ນທອີກດ້ວຍ.

     ວັນບຸນບໍລິຈາກເລືອດອາສາສະໝັກ “ວັນອາທິດແດງ” ຈະດຳເນີນຈົນໝົດເດືອນມັງກອນປີ 2019. ຄາດວ່າ ຈະຮັບເອົາເລືອດປະມານ 45000 ຫາ 50000 ຖົງ ຕອບສະໜອງເລືອດໄດ້ 50% ຄວາມຕ້ອງການປິນປົວພະຍາດຢູ່ຕາມໂຣງໝໍໃນໂອກາດບຸນເຕັດປີ ກູນ 2019. 

ຕອບກັບ

ຂ່າວ/ບົດ​ອື່ນ