ວັນບຸນວັດທະນະທຳ,ກິລາແລະທ່ອງທ່ຽວບັນດາເຜົ່າຢູ່ເຂດຕາເວັນອອກສຽງເຫນືອຄັ້ງທີ9

ວັນບຸນວັດທະນະທຳ,ກິລາແລະທ່ອງທ່ຽວບັນດາເຜົ່າຢູ່ເຂດຕາເວັນອອກສຽງເຫນືອຄັ້ງທີ9 - ảnh 1
ວັນ​ບຸນ​ວັດ​ທະ​ນະ​ທຳ,ກິ​ລາ​ແລະ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​
ຢູ່​ເຂດ​ຕາ​ເວັນ​ອອກ​ສຽງ​ເຫນືອ​ຄັ້ງ​ທີ 9
ພາບ:disanxanh.vn

(vovworld)-  ວັນ​ບຸນ​ວັດ​ທະ​ນະ​ທຳ,ກິ​ລາ​ແລະ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຢູ່​ເຂດ​ຕາ​ເວັນ​ອອກ​ສຽງ​ເຫນືອ​ຄັ້ງ​ທີ 9 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 10/9 ຢູ່ ນະ​ຄອນ ບັກ​ກ້ານ ແຂວງ ບັກ​ກ້ານ. ດ້ວຍ​ຫົວ​ຂໍ້​ວ່າ: “ຕາ​ເວັນ​ຕົກ​ສຽງ​ເຫນືອ -ເຕົ້າ​ໂຮມ, ສາ​ມັກ​ຄີ ແລະ ພັດ​ທະ​ນາ”, ບ​ັນ​ດາ​ລາຍ​ການ​ສິ​ລະ​ປະ​ຂອງ 10 ແຂວງ​ຄື: ບັກ​ກ້ານ, ຟູ​ທ​ໍ້, ຮ່າ​ຢາງ, ຕວຽນ​ກວາງ, ກາວ​ບັ່ງ, ທາຍງວຽນ, ລ້າງ​ເຊີນ, ບັກ​ຢາງ, ກວ໋າງ​ນີງ ແລະ ຫວີງ​ຟຸກ ໃນ​ພິ​ທີ​ໄຂ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ແຮງ, ມູນ​ເຊື້ອ​ວັດ​ທະ​ນະ​ທຳ ສິ​ລະ​ປະ​ທີ່​ອຸ​ດົມ​ສົມ​ບູນ ແລະ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ. ທ່ານ​ນາງ ໂດ໋​ທິ​ມີງ​ຮ​ວາ, ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ບັກ​ກ້ານ, ຫົວ​ຫນ້າ​ຄະ​ນະ​ຈັດ​ຕັ້ງ​ວັນ​ບຸນ​ໃຫ້​ຮູ້​ວ່າ:

“ການ​ຈັດ​ຕັ້ງ​ວັນ​ບຸນ​ຄັ້ງ​ນີ້ ແຂວງ ບັກ​ກ້ານ ຈະ​ມີ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ເພື່ອ​ພົວ​ພັນ​ແລກ​ປ່ຽນ, ຖອດ​ຖອນ​ບົດ​ຮຽນຈາກ​ແຂວງ​ອື່ນ​ພາຍ​ໃນ​ປະ​ເທດ. ໃນ​ວັນ​ບຸນ​ຄັ້ງ​ນີ້ ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ແນະ​ນຳ​ຈຸດວ​ັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ທັດ​ສະ​ນີ​ຍະ​ພາບ​ຂອງ​ແຂວງ ບັກ​ກ້ານ, ຜ່ານນັ້ນ ຖອດ​ຖອນ​ບົດ​ຮຽນ​ທີ່​ດີ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ທ້ອງ​ຖິ່ນ.”

ຕອບກັບ

ຂ່າວ/ບົດ​ອື່ນ