ວັນບຸນວັດທະນະທຳຫວຽດນາມ-ກຸຍບາ

ວັນບຸນວັດທະນະທຳຫວຽດນາມ-ກຸຍບາ - ảnh 1
ວັນບຸນວັດທະນະທຳຫວຽດນາມ-ກຸຍບາ
(ພາບ: TTXVN)


(vovworld) - ວັນ​ທີ 13/12, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ - ສະ​ມາ​ຄົມ​ມິດ​ຕິ​ພາບ​ຫວຽດ​ນາມ - ກຸຍ​ບານະ​ຄອນ​ໂຮ່​ຈິ​ມິນ ໄດ້​ສົມ​ທົບ​ກັບ​ຄະ​ນະ​ຊາວ​ໜຸ່ມນະ​ຄອນ​ໂຮ່​ຈິ​ມິນ ​ຈັດ​ວັນ​ບຸນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ - ກ​ຸຍ​ບາ. ເຫດ​ການ​ດັ່ງ​ກ່າວ​ໄດ້​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະ​ຊາ​ຊົນ​ນະ​ຄອນ​ເປັນ​ຈຳ​ນວນ​ຫຼາຍ, ພິ​ເສດ​ແມ່ນ​ລຸ່ນ​ໜຸ່ມ. ງານວາງ​ສະ​ແດງ​​ຂອງ​ງານ​ບຸນ​ແນະ​ນຳບັນ​ດາ​ຮູບ​ພາບ ສະ​ແດງ​ໃຫ້​ເຫັນ​ສາຍ​ພົວ​ພັນ​ສາ​ມັກ​ຄີ, ສະ​ໜິດ​ແ​ໜ້ນ​ລະ​ຫວ່າງ​ຫວຽດ​ນາມ ແລະ ກຸຍ​ບາ ໃນ​ຕະ​ຫຼອດ 55 ປີ​ຜ່ານ​ມາ ແລ​ະ ຄ​ວາມ​ງາມ​ຂອງ​ປະ​ເທດ​ຊາດ, ຊາວ​ກຸຍ​ບາ. ກ່າວ​ຄຳ​ເຫັນ​ທີ່​ວັນ​ບຸນ, ທ່ານນາງ​ຮອງ​ສາດ​ສະ​ດາ​ຈານ, ດ.ຣ ​ເຈືອງ​ທິ​ຮ່ຽນ, ປະ​ທານ​ສາ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ກຸຍ​ບາ ນະ​ຄອນ​ໂຮ່​ຈິ​ມິນ ຊິ້​ແຈ້ງວ່າ.

      “ຜ່ານ​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້, ພວກ​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ຊາວ​ໜຸ່ມ​ນະ​ຄອ​ນ​ໂຮ່​ຈິ​ມິນ ເຂົ້າ​ໃຈ​ກວ່າກ່ຽວ​ກັບ​ປະ​ເທດ​ກຸຍ​ບາ ​ກໍ​ຄື​ສາຍ​ພົວ​ພັນ​ສະ​ໜິດ​ແໜ້ນ​ລະ​ຫວ່າງ​ຫວຽດ​ນາມ ແລະ ກຸຍ​ບາ ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ​. ພ້ອມ​ທັງ, ​ປາດ​ຖະ​ໜາ​ວ່າ ​ພວກ​ນ້ອງ​ຈະ​ມີ​ຄວາມເຂ​ົ້າ​ໃຈ​​ກ່ຽວ​ກັບ​ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ການ​ປະ​ຕິ​ວັດ​ຫວຽດ​ນາມ ແລະ ​ການປະ​ຕິ​ວັດ​ກຸຍ​ບາ ແລະ ເຂົ້າ​ໃຈ​ກ່ຽວ​ກັບ​ນ້ຳ​ໃຈ​ສາ​ມັກ​ຄີ​ຢ່າງ​ເລິກ​ເຊິ່ງ​ລະ​ຫວ່າງ 2 ປະ​ເທດ”.

ຂ່າວ/ບົດ​ອື່ນ