ວັນບຸນໄວຫນຸ່ມບໍລິຈາກເລືອດ 2012

(vovworld) - ຕອນ​ເຊົ້າ​ວັນ​ທີ 26/8 ຢູ່ ຮ່າ​ໂນ້ຍ, ສະມາຄົມ​ຊາວ​ຫນຸ່ມ​ຂົນຂວາຍ​ການບໍລິຈາກ​ເລືອດ ນະຄອນຮ່າ​ໂນ້ຍ ​ໄດ້ສົມທົບ​ກັບ​ສະ​ຖາ​ບັນ​ໂລຫິດ​ສາດ ​ແລະ ສົ່ງ​ເລືອດ​ສູນ​ກາງ​ຈັດ​ຕັ້ງ​ ວັນ​ບຸນ​ໄວ​ຫນຸ່ມ ປີ 2012. ວັນ​ບຸນ​ດັ່ງກ່າວ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ການ​ຂອງ​ຊາວ​ຫນຸ່ມ​ເປັນ​ຈຳນວນ​ຫລວງຫລາຍ ​ດ້ວຍ​ການເຄື່ອນ​ໄຫວ​ອັນ​ຟົດ​ຟື້ນ​ຫລາຍ​ຢ່າງ. ນາງ Nguyen Thu Mai ນັກ​ສຶກສາ​ມະຫາວິທະຍາ​ໄລ​ການ​ຢາ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ລາຍການນີ້​ແມ່ນ​ມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງ. ພາຍຫລັງ​ສົ່ງ​ເລືອດ​ແລ້ວ ນ້ອງ​ຮູ້ສຶກ​ດີ​ໃຈ​ຫລາຍ ​ເພາະວ່າ ຕົນ​ເອງ​​ໄດ້​ປະກອບ​ສິ່ງ​ທີ່​ມີ​ປະ​ໂຫຍດ​ເພື່ອ​ກຸູ້​ເອົາ​ຊີວິດ​ ​ຄົນ​ອື່ນ.”

 ວັນບຸນໄວຫນຸ່ມບໍລິຈາກເລືອດ 2012 - ảnh 1

        ນີ້​ເປັນ​ຄັ້ງ​ທີ 3 ວັນ​ບຸນ​ໄວ​ຫນຸ່ມ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ ​ເພື່ອ​ຢືນຢັນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ລຸ້ນຫນຸ່ມ​ຊຶ່ງແມ່ນ​ຊາວ​ຫວຽດນາມ ກໍ​ຄື​ຢືນຢັນ​ຄວາມ​ຮັບຜິດຊອບ​ທີ່​ມີ​ຕໍ່​ການ​ເຄື່ອນ​ໄຫວ​ບໍລິຈາກ​ເລືອດ​ເພື່ອ​ກູ້​ເອົາ​ຊີວິດ​​ຄົນ​ອື່ນ. ທ່ານ Nguyen Anh Tri ຫົວຫນ້າ​ສະ​ຖາ​ບັນ​ໂລຫິດ​ສາດ ​ແລະ ສົ່ງ​ເລືອດ​ສູນ​ກາງ ​ໃຫ້​ຮູ້​ວ່າ:

        “ວັນ​ບຸນ​ດັ່ງກ່າວ​ແມ່ນ​ນອນ​ໃນ​ບັນດາ​ເຫດການ​ທີ່​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ. ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ແບບ​ໝູ່​ຄະນະ​ຄື​ແນວ​ນັ້ນ ຈຶ່ງ​ສາມາດ​ຕອບ​ສະ​ຫນອງ​ຄວາມ​ຕ້ອງການ​ເລືອດ​​ໃຫ້​ແກ່​ບັນດາ​ໂຮງໝໍ. ນັບ​ແຕ່​ເຊົ້າ​ໄດ້​ມີ​ປະມານ 3000 ຄົນ​ຈົດ​ທະບຽນ​ບໍລິຈາກ​ເລືອດ​ແລ້ວ. ບັນຍາ​ກາດ​ວັນ​ບຸນ​ແມ່ນ​ຟົດ​ຟື້ນ​ທີ່​ສຸດ.”

 

ຂ່າວ/ບົດ​ອື່ນ