ວັນປື້ມຫວຽດນາມ ເຊີດຊູວັດທະນະທຳ ການອ່ານ

ວັນປື້ມຫວຽດນາມ ເຊີດຊູວັດທະນະທຳ ການອ່ານ - ảnh 1
(ພາບປະກອບ)

(vovworld) - ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ວັນ​ປື້​ມຫວຽດນາມ (21/04) ​ແມ່ນ​ພິທີ​ປະກາດ​ຂໍ້​ຕົກລົງ​ຂອງນາຍົກລັດຖະມົນຕີກ່ຽວກັບວັນ​ປື້​ມຫວຽດນາມ, ​ເຊິ່ງຈັດ​ຂຶ້ນ​​ເມື່ອ​ວັນ​ທີ 19/04, ຢູ່​ຮ່າ​ໂນ້ຍ.

        ຢູ່​ຮ່າ​ໂນ້ຍ, ບັນດາການ​ເຄື່ອນ​​ໄຫວ​ຕົ້ນ​ຕໍ່​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ປື້​ມຫວຽດນາມ ​ເຊິ່ງລວມມີ: ຈັດ​ຕັ້ງ​ຖະໜົມ​ປື້​ມ, ການ​ພົບ​ປະ​ແລກປ່ຽນ, ​ໂອ້​ສົມ​ສົນທະນາ, ​ແຂ່ງ​ຂັນ​ແຕ້ມ​ຮູບ.... ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 11/04, ທ່ານ ຈູ​ວັນ​ຮ່ວາ, ຫົວໜ້າ​ກົມ​ພິມ​ຈຳໜ່າຍ, ການພິມ ​ແລະ ຈຳ​ໜ່າຍ, ຫົວໜ້າຄະນະ​ຈັດ​ຕັ້ງ​ວັນ​ປື້​ມຫວຽດນາມ ຢືນຢັນ​ວ່າ, ວັນ​ປື້ມຫວຽດນາມ ຈະ​ກາຍ​ເປັນ​ມູນ​ເຊື້ອ, ​ເຊີດ​ຊູ​ວັດທະນະທຳ​ການ​ອ່ານ, ສ້າງຄວາມ​ລື້​ງ​ເຄີຍ​​ອ່ານ​​ປື້​ມໃນ​ປະຊາ​ຄົມ:

        “ໝາກຜົນ​ສຸດ​ທ້າຍ​ເຊິ່ງພວກ​ເຮົາ​ຢາກ​ບັນລຸ​ໄດ້​ນັ້ນ​ແມ່ນ ​ໃຜໆ​ກໍ່​ມັກອ່ານ​ປື້​ມ ​ແລະ ຖື​ນັ້ນ​ແມ່ນ​ກຳລັງ​ພັດທະນາ​ຂ​​ອງຄັງ​ຄົມ. ​ເພື່ອ​ໃຫ້​ມີ​ວັນ​ນັ້ນ, ພວກ​ເຮົາ​ຕ້ອງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ສ້າງ​ຄວາມ​ລື້​ງ​ເຄີຍ​ອ່ານ​​ປື້​ມໃນ​ປະຊາ​ຄົມ. ສະ​ນັ້ນ, ນີ້​ແມ່ນ​ວັນ​ຂອງ​ທົ່ວ​ປວງ​ຊົນ ​ແລະ ຖ້າ​ຫາກ​ພວກ​ເຮົາ​ກໍ່ສ້າງ​ ແລະ ຈັດ​ຕັ້ງ​ເປັນ​ຢ່າງ​ດີນັ້ນ​ກໍ່ຈະ​ກາຍ​ເປັນວັນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ, ຢັ້ງຢືນເນື້ອ​ແທ້​ຂອງ​ຊາດ​ຫວຽດນາມ ​ເຊິ່ງ​ແມ່ນ​ຊາດ​ໜື່ງທີ່​ມັກ​ຮໍ່າ​ມັກ​ຮຽນ, ຍາມ​ໃດ​ກໍ່​ມຸ່ງ​ໄປ​ສູ່​ທາງ​ໜ້າ”.

        ບັນດາ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອກາດ​ວັນ​ປື້​ມຫວຽດນາມ ຈະ​ຖືກ​ດຳ​ເນີນ​ໄປ​​ໃນ​ລະຫວ່າງ​ວັນ​ທີ 19 – 23/04.

ຂ່າວ/ບົດ​ອື່ນ