ວັນປະຊາກອນໂລກຮຽກຮ້ອງລົງທຶນໃຫ້ເດັກນ້ອຍບໍ່ທັນຮອດກະສຽນອາຍຸ

ວັນປະຊາກອນໂລກຮຽກຮ້ອງລົງທຶນໃຫ້ເດັກນ້ອຍບໍ່ທັນຮອດກະສຽນອາຍຸ - ảnh 1
ວັນປະຊາກອນໂລກຮຽກຮ້ອງລົງທຶນ
ໃຫ້ເດັກນ້ອຍບໍ່ທັນຮອດກະສຽນອາຍ

(vovworld) - ຕອນ​ເຊົ້າ​ວັນ 9/7, ຢູ່ ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ ​ໄດ່ສົມທົບ​ກັບ​ກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ​ປະຈຳ ຫວຽດນາມ, ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມຕອບ​ສະໜອງ​ວັນ​ປະຊາກອນ​ໂລກ 11/7 ດ້ວຍ​ຫົວ​ຂໍ້​ວ່າ “ການ​ລົງທຶນ​ໃຫ້​ເດັກນ້ອຍ​ຍິງ​ບໍ່​ທັນ​ຮອດ​ກະສຽນອາຍຸ“. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫງຽນທິກິມຕ໋ຽນ ​ເນັ້ນ​ໜັກ​ວ່າ: ຫວຽດນາມ​ພວມ​ຜ່ານ​ໄລຍະ​ໂຄງ​ປະກອບ​ປະຊາກອນ​ຄຳ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ ​ຫວຽດນາມ​ສາມາດ​ສ້າງ​ແຜນການ​ໃຫ້​ໄລຍະ​ຫັນປ່ຽນ​ປະຊາກອນ, ໝູນ​ໃຊ້​ ໄລຍະ​ໂຄງ​ປະກອບ​ປະຊາກອນ​ຄຳ ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ. ​ເມື່ອ​ເຕື້ອງ​ເຖິງ​ຫົວ​ຂໍ້​ວັນ​ປະຊາກອນ​ໂລກ​ປີ​ນີ້​ແມ່ນ “ການ​ລົງທຶນ​ໃຫ້​ເດັກນ້ອຍ​ບໍ່​ທັນ​ຮອດ​ກະສຽນອາຍຸ “ນັ້ນ, ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫງຽນທິກິມຕ໋ຽນ ​ໃຫ້​ຮູ້​ວ່າ, ຫວຽດນາມ​ໄດ້​ຮັບ​ຮູ້​ສິດ​ຂອງ​ແມ່ຍິງ ​ແລະ ​ໄດ້​ມີ​ການ​ລົງທຶນ​ດ້ານ​ການ​ສຶກສາ, ສາທາລະນະ​ສຸກ​ໃຫ້​ແກ່​ທຸກ​ຄົນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ຮັບປະກັນ​ໃຫ້​ເດັກນ້ອຍ​ໄດ້​ປະຕິບັດ​ສິດ​ຂອງ​ຕົນ, ມີ​ທັກ​ສະ ​ແລະ ກາລະ​ໂອກາດ​ເພື່ອ​ເຂົ້າ​ຮ່ວມ​ບັນດາ​ການ​ບໍລິການ​ສາທາລະນະ ​ແລະ ມີ​ວຽກ​ເຮັດ​ງານ​ທຳເປັນ​ປົກກະຕິ.

        “​ເມື່ອ​ເດັກນ້ອຍ​ໄດ້​ຮັບ​ການ​ສຳຜັດ​ກັບ​ບັນດາ​ການ​ບໍລິການ​ສົ່ງ​ເສີມ​ດ້ານ​ການ​ແພດ, ການ​ສຶກສາ, ກາລະ​ໂອກາດອາຊີບ, ວຽກ​ເຮັດ​ງານ​ທຳ, ​​ແລະໄດ້​ຮັບ​ການ​ປ້ອງ​ກັນ​ຢ່າງ​ປອດ​ໄພ ພວກ​ນ້ອງ​ຈະພັດທະນາ​ເປັນ​ຢ່າງ​ດີ ​ແລະ ມີ​ອະນາຄົດ​ຢ່າງ​ສົດ​ໃສ, ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ ສັງຄົມ. ກະຊວງ​ສາທາລະນະ​ສຸກ​ສະ​ເໜີ​ໃຫ້​ຄະນະ​ພັກ​ທຸກ​ຂັ້ນ, ບັນດາ​ຂະ​ແໜງ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຈາກ​ຂັ້ນ​ສູນ​ກາງ​ລົງ​ຂັ້ນ​ທ້ອງ​ຖີ່​ນມີ​ຄວາມ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ ​ແລະ ເຂົ້າ​ຮ່ວມ​ການ​ໂຄສະນາ​ສຶກສາ,  ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຫັນປ່ຽນ​ການ​ກະທຳ​ໃນ​ການ​ສ້າງ ​ແລະ ປະຕິບັດ​ລາຍການ​ຕ່າງໆ ​ເພື່ອ​ໃຫ້​ເດັກນ້ອຍ​ຍິງ ​ແລະ ​ເດັກນ້ອຍ​ບໍ່​ທັນ​ຮອດ​ກະສຽນອາຍຸ ​ໄດ້​ຊົມ​ໃຊ້​ບັນດາ​ສິດ​ຂອງ​ຕົນ, ​ເຮັດ​ໃຫ້​ຄວາມ​ໄຝ່ຝັນ​ຂອງ​ພວກ​ນ້ອງ​ກ່ຽວ​ກັບ​ອະນາຄົດ​ປະກົດ​ຜົນ​ເປັນ​ຈິງ ​ແລະ ​ໂລກ​ຂອງ​ພວກ​ເຮົາ​ມີ​ການປ່ຽນ​ແປງ“.

ຂ່າວ/ບົດ​ອື່ນ