ວັນມະຫາສະໝຸດໂລກ 2019 ຍົກສູງຄວາມສຳຄັນຂອງຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) - ທີ່ກອງປະຊຸມສຸດຍອດໜ່ວຍໂລກຢູ່ Rio de Janeiro ປີ 1992, ລັດຖະບານ ການາດາ ໄດ້ສະເໜີສ້າງວັນມະຫາສະໝຸດດ້ວຍຂອບຂະໜາດທົ່ວໂລກ ແລະ ໄດ້ຮັບການເຫັນດີສະໜັບສະໜູນຈາກຫລາຍປະເທດ. 

ບົນພື້ນຖານນັ້ນ, ປີ 2009, ສະມັດຊາໃຫຍ່ສະຫະປະຊາຊາດໄດ້ເລືອກເອົາວັນທີ 08 ມິຖຸນາ ປະຈຳປີເປັນວັນມະຫາສະໝຸດໂລກຢ່າງເປັນທາງການ.

ວັນມະຫາສະໝຸດໂລກ 2019 ຍົກສູງຄວາມສຳຄັນຂອງຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1 (ພາບປະກອບ AFP/TTXVN)

        ຫົວຂໍ້ຂອງວັນມະຫາສະໝຸດປີ 2019 ແມ່ນ “ເພດ ແລະ ມະຫາສະໝຸດ” - ແມ່ນຫົວຂໍ້ໃໝ່ສຳລັບປະຊາຄົມສ່ວນຫລາຍ. ຄວາມສຳຄັນຂອງຄວາມສະເໝີພາບລະຫວ່າງຍິງ - ຊາຍ, ພິເສດແມ່ນການອະນຸລັກຮັກສາ ແລະ ນຳໃຊ້ບັນດາມະຫາສະໝຸດ, ທະເລ ແລະ ຊັບພະຍາກອນທະເລຢ່າງມີປະສິດທິຜົນ ແລະ ໝັ້ນຄົງພວມນັບມື້ນັບໄດ້ຮັບການຢັ້ງຢືນ.  

ຕອບກັບ

ຂ່າວ/ບົດ​ອື່ນ