ວັນວັດທະນະທຳ ຫວຽດນາມ ຢູ່ຈີນ
(VOVWORLD) - ເຫດການໄດ້ສິ້ນສຸດບັນດາການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມໝາຍ ແລະ ປະສົບຜົນສຳເລັດໃນຂອບເຂດສະຫຼອງ ວັນສ້າງຕັ້ງການພົວພັນທາງດ້ານການທູດ ຫວຽດນາມ - ຈີນ ຄົບຮອບ 75ປີ ແລະ ປີພົບປະແລກປ່ຽນວັດທະນະທຳມະນຸດ ຫວຽດນາມ - ຈີນ 2025.
ວັນວັດທະນະທຳ ຫວຽດນາມ ຢູ່ຈີນ (ພາບ: VOV) |
ວັນທີ 21 ທັນວາ, ຢູ່ນະຄອນຫຼວງ ປັກກິ່ງ, ໂຄງການ “ວັນວັດທະນະທຳຫວຽດນາມ ຢູ່ ຈີນ” ໄດ້ຈັດຂຶ້ນຢູ່ໂຮງລະຄອນສູນກາງຈີນ. ເຫດການໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ປະສານສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຈີນ ຈັດຂຶ້ນ, ເພື່ອແນໃສ່ໂຄສະນາບັນດາຈຸດຄວາມງາມທາງດ້ານວັດທະນະທຳອັນພົ້ນເດັ່ນຂອງປະເທດຊາດ ແລະ ຊາວຫວຽດນາມໄປຍັງເພື່ອນມິດຈີນ ແລະ ສາກົນ. ເຫດການໄດ້ສິ້ນສຸດບັນດາການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມໝາຍ ແລະ ປະສົບຜົນສຳເລັດໃນຂອບເຂດສະຫຼອງ ວັນສ້າງຕັ້ງການພົວພັນທາງດ້ານການທູດ ຫວຽດນາມ - ຈີນ ຄົບຮອບ 75ປີ ແລະ ປີພົບປະແລກປ່ຽນວັດທະນະທຳມະນຸດ ຫວຽດນາມ - ຈີນ 2025. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມແທັງບິ່ງ ໃຫ້ຮູ້ວ່າ: ເຫດການແມ່ນໂອກາດເພື່ອໃຫ້ຫວຽດນາມແນະນຳຄວາມງາມດ້ານວັດທະນະທຳກັບບັນດາຄຸນຄ່າຫຼັກກ່ຽວກັບນ້ຳໃຈຮັກຊາດ, ຄວາມເມດຕາປານີ, ຄວາມຮັກແພງ, ຊື່ຕົງບໍລິສຸດ, ສາມັກຄີ, ດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ພ້ອມທັງສະແດງໃຫ້ເຫັນການປະສານສົມທົບ, ເຊື່ອມຕໍ່ລະຫວ່າງສອງພື້ນຖານວັດທະນະທຳທີ່ຍາວນານລະຫວ່າງ ຫວຽດນາມ ແລະ ຈີນ.