ວັນຫວຽດນາມຢູ່ສະຖາບັນການພົວພັນສາກົນມົດສກູ,ສະຫະພັນລັດເຊຍ

ວັນຫວຽດນາມຢູ່ສະຖາບັນການພົວພັນສາກົນມົດສກູ,ສະຫະພັນລັດເຊຍ - ảnh 1
ນັກ​ສຶກ​ສາ ລັດ​ເຊຍ ເຂົ້າ​ຮ່ວມ​ວັນ​ບຸນ

(vovworld) - ເປັນ​ຄັ້ງ​ທຳ​ອິດ, “ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ” ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່​ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ກົນ ມົດ​ສ​ກູ (ສະ​ຫະ​ພັນ​ລັດ​ເຊຍ) ໃນ​ວັນ​ທີ 8/4. ຢູ່ທີ່ນີ້​ໄດ້​ນຳ​ມາ​ວາງ​ສະ​ແດງ​ພາບ​ແຕ້ມ, ຮູບ​ຖ່າຍ ແລະ ບາງວັດ​ຖຸ​ພັນ​ທີ່​ແນ​ະ​ນ​ຳ​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ ທ​ີ່​ມີ​ຊື່​ວ່າ “ສະ​ບາຍ​ດີ ຫວຽດ​ນາມ” ໂດຍ​ບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ ສົມ​ທົບ​ກັບ​ສູນ ອາ​ຊຽ​ນ ຂຶ້ນ​ກັບ​ສະ​ຖາ​ບັນ​ຈັດ​ຕັ້ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ແຂກ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼວງຫຼາຍ. ຄຽງ​ຄູ່​ກັນ​ນັ້ນ, ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ ຫວຽດ​ນາມ ກໍ່​​ໄດ້ຈັດ​ຕັ້ງ​​ຂຶ້ນ​ໂດຍ​ແນະ​ນຳ​​ລະ​ອຽດ​ກ່​ວາ​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ, ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສ​ະ​ເພາະ, ບັນ​ດາ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ເພື່ອ​ຊ​ຸກ​ຍູ້​ໃນ​ການ​ພົວ​ພັນ​ລັດ​ເຊຍ - ຫວຽດ​ນາມ.

        ມີ​​ສ່ວນ​ໜຶ່ງ​ທີ່​ດູດ​ດື່ມ ແລະ ຂາດບໍ່​ໄດ້​​ໃນ “ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ” ຢູ່​ສະ​ຖາ​ບັນ​ພົວ​ພັນ​ສາ​ກົນ ມົດ​ສ​ກູ (ສະ​ຫະ​ພັນ​ລັດ​ເຊຍ) ​ນັ້ນແມ່ນ​ລາຍ​ການ​ວັດ​ທະ​ນະ​ທຳ, ສິ​ລ​ະ​ປະ, ອາ​ຫານ​ການ​ກິນ​ທີ່​ມີ​ຊີ​ວິດ​ຊີ​ວາ. ສາດ​ສະ​ດາ​ຈານ Victor Sumxki, ຜູ້​ອຳ​ນວຍ​ການ​ສູນ ອາ​ຊຽນ​ຂອງ ສະ​ຖາ​ບັນ, ຢັ້ງ​ຢືນ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ເຄີຍຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວນີ້​ເພື່ອ​ໃຫ້​ບັນ​ດາ​ນັກ​ສຶກ​ສາ ລັດ​ເຊຍ ພ້ອມ​ກັບ​ນັກ​ສຶກ​ສາ​ປ​ະ​ເທດ​ອື່​ນໆ​ຊອກ​ຮູ້​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງຫຼາຍ​ປະ​ເທດ. ຄື​ພວກ​ເພື່ອນ​ໄດ້​ຮູ້​ແລ້ວ​ວ່າ, ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະເພາະ​ຂອງ​ປະ​ເທດ​ ຫວຽດ​ນາມ ພວມ​ໄດ້​ນຳ​ມາ​​ແນະ​ນຳຢູ່ນີ້​ແມ່ນ​ປະ​ທັບ​ໃຈຫຼາຍ. ການ​ເຄື່ອນ​ໄຫວ​ທັງ​ໝົດ​ລ້ວນ​ແຕ່​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ນັກ​ສຶກ​ສາຂອງ​​ສະ​ຖາ​ບັນ, ແຕ່​ໃນ​ການ​ເຄື່ອນ​ໄຫວມື້ນີ້​ມີ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຂອງ ນັກ​ສຶກ​ສາ ຫວຽດ​ນາມ. ເມື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວນີ້​ເປັນ​ຢ່າງ​ດີ, ໃນ​ອະ​ນາ​ຄົດ​ເຂົາ​ເຈົ້າ​​ຈະສົມ​ທົບ​ກັນ​ເຮັດ​ວຽກ​ເປັນ​ຢ່າງ​ດີ​ກ່​ວາອ​ີກ.”


ຂ່າວ/ບົດ​ອື່ນ