ວັນເດັກສາວສາກົນ : ມອບສິດບໍລິຫານໃຫ້ແກ່ເດັກສາວ

(VOVWORLD) -ເນື່ອງໃນໂອກາດວັນເດັກສາວສາກົນຄືວັນທີ 11 ຕຸລາ, ບັນດາທ້ອງຖິ່ນໃນທົ່ວປະເທດຫວຽດນາມໄດ້ມີບັນດາການເຄື່ອນໄຫວຕອບສະໜອງທີ່ແທດຈິງ
ວັນເດັກສາວສາກົນ : ມອບສິດບໍລິຫານໃຫ້ແກ່ເດັກສາວ - ảnh 1 ເດັກມີສິດກ່າວຄຳເຫັນ, ມີສິດໄດ້ຮັບການປົກປ້ອງຕົນເອງ

ໃນວັນທີ 11 ຕຸລານີ້, ຢູ່ເມືອງດົງແອງ, ຮ່າໂນ້ຍ, ໄດ້ຈັດເວທີປາໄສດ້ວຍຫົວຂໍ້ “ ເດັກກັບບັນຫາການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງ, ທຳຮ້າຍເດັກ ແລະ ມອບສິດໃຫ້ເດັກສາວ  ”. ນັກຮຽນ ຫງວຽນມິນເຟືອງ ສັງກັດຫ້ອງ ມ 4 ທີ່ເມືອງດົງແອງ, ຮ່າໂນ້ຍເປີດເຜີຍວ່າ :    “ ເດັກມີສິດກ່າວຄຳເຫັນ, ມີສິດໄດ້ຮັບການປົກປ້ອງຕົນເອງ ແລະ ມີສິດໄດ້ກ່າວປະນາມບັນດາການກະທຳທີ່ທີ່ຊົ່ວຮ້າຍຂອງບັນດາຜູ້ທຳຮ້າຍເດັກ. ກະໂຕນ້ອງເອງ ກໍຄືບັນດາໝູ່ຄະນະໂຮງຮຽນພວມພະຍາຍາມຢ່າງສຸດຂີດເພື່ອປ້ອງກັນ ແລະ ຕ້ານສະພາບທຳຮ້າຍ ແລະ ໃຊ້ຄວາມຮຸຮແຮງຕໍ່ເດັກ. ນ້ອງໄດ້ມີຊີວິດໃນສະພາບແວດລ້ອມທີ່ສົດໃສ, ໄດ້ພັດທະນາບັນດາທັກສະໃນການດຳລົງຊີວິດ. ບົດບາດ, ຄວາມຮັບຜິດຊອບຂອງບັນດາເພື່ອນຍິງ ແລະ ເພື່ອນຊາຍໃນປະຈຸບັນ ແມ່ນສະເໝີພາບຕໍ່ກັນ.  ” 

ຕອບກັບ

ຂ່າວ/ບົດ​ອື່ນ