ວັນແຫ່ງຊາດຫວຽດນາມຢູ່EXPO Milan 2015

ວັນແຫ່ງຊາດຫວຽດນາມຢູ່EXPO Milan 2015 - ảnh 1
ລາຍ​ການ​ສິ​ລະ​ປະ​ໃນ​ຂອບ​ເຂດ​ວັນ​ແຫ່ງ​ຊາດ​ຫວຽດ​ນາມ​ຢູ່​ມີ​ລານ
ພາບ:TTXVN

(vovworld)- ວັນ​ແຫ່ງ​ຊາດ​ຫວຽດ​ນາມ ດຳ​ເນີນ​ໄປ​ໃນ​ວັນ​ທີ 17/10 ຢູ່​ສູນ​ວາງ​ສະ​ແດງ​ສາ​ກົນ EXPO ປີ 2015 ຢູ່ ນະ​ຄອນ ມີ​ລານ ພາກ​ເຫນືອ ອີ​ຕາ​ລີ. ເປີດ​ສາກ​ເຫດ​ການ​ສຳ​ຄັນ​ນີ້ ແມ່ນ​ພິ​ທີ​ຊັກ​ທຸງຊາດ ຫວຽດ​ນາມ ຢູ່ ງານ​ວາງ​ສະ​ແດງ. ເຂົ້າ​ຮ່ວມ​ພິ​ທີ, ຝ່າຍ ອີ​ຕາ​ລີ ມີ​ທ່ານ​ນາງ Barbara Degani, ລັດ​ຖະ​ມົນ​ຕ​ີ​ຊ່ວຍ​ວ່າ​ການ​ກະ​ຊວງ​ສິ​່ງ​ແວດ​ລ້ອມ ແລະ ທ່ານ Giugieppe Sala, ຫົວ​ຫນ້າ​ຜູ້​ຕາງ​ຫນ້າ​ຂອງ ອີ​ຕາ​ລີ ຢູ່ EXPO Milan 2015. ຝ່າຍ ຫວຽດ​ນາມ ມີ​ທ່ານ ຮ່​ວາງ​ຕວນ​ແອງ, ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ ທ່ານ ກາວ​ຈີງ​ທ້ຽນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ.

        ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ນາງ Degani ໄດ້​ເນັ້ນ​ຫນັກ​ວ່າ: ຜ່ານ​ເຫດ​ການນີ້ ເພື່ອນ​ມິດ​ສາ​ກົນ ຈະ​ເຂົ້າ​ໃຈ​ແຈ້ງກວ່າ​ກ່ຽວ​ກັບ​ຫວຽດ​ນາມ ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແຕ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ ແລະ ສະ​ແດງ​ຄວາມ​ປາດ​ຖະ​ຫນາ ຫວຽດ​ນາມ ຈະ​ສືບ​ຕໍ່​ມີ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫລວງກວ່າ ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ໂລກ. ທ່ານ ລັດ​ຖະ​ມົນ​ຕີ ຮ່​ວາງ​ຕວນ​ແອງ ຢືນ​ຢັນ: ວັນ​ແຫ່ງ​ຊາດ​ຫວຽດ​ນາມ ປີນີ້ ແມ່ນ​ເຫດ​ການ​ມີ​ຄວາມ​ໝາຍ​ອັນ​ໃຫຍ່ ຫລວງ ສຳ​ລັບ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ.

 

 

ຂ່າວ/ບົດ​ອື່ນ