ວັນໂຄສະນາທຶນການສຶກສາອີຢູ

ວັນໂຄສະນາທຶນການສຶກສາອີຢູ - ảnh 1
ພາບປະກອບ

(vovworld) – ຄະນະ​ປະຕິບັດ​ງານ​ສະຫະພາບ ​ເອີ​ລົບ ປະຈຳ ຫວຽດນາມ ​ຈະ​ສົມທົບ​ກັບ​ບັນດາ​ສະມາ​ຊິກ​ສະຫະພາບ​ເອີ​ລົບ (ອີ​ຢູ) ຈັດ​ຕັ້ງ​ເຫດການ “ວັນ​ໂຄສະນາ​ທຶນ​ການ​ສຶກສາ ​ອີ​ຢູ” ຢູ່ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ ​ໃນ​ອາທິດ​ທຳ​ອິດ​ຂອງ​ເດືອນ 10/2016. ລະອຽດ​ຄື, “ວັນ ໂຄສະນາ​ທຶນ​ການ​ສຶກສາ ​ອີ​ຢູ” ຈະ​ດຳ​ເນີນ​ຢູ່​ສູນກອງ​ປະຊຸ​ມສາກົນ (​ເຮືອນ​ເລກທີ 11 ​ຖະໜົນເລ​ຮົ່ງຟອງ, ​ເມືອງ ບາ​ດິ່ງ, ຮ່າ​​ໂນ້ຍ) ​ໃນ​ວັນ​ທີ 1/10 ​ແລະ ຢູ່​ມະຫາວິທະຍາ​​ໄລ​ວິທະຍາສາດ, ສັງຄົມ ​ແລະ ມະນຸດ​ສາດ​ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ (​ເຮືອ​ນ​ເລກ​ທີ 10 – 12 ຖະໜົນດິງຕຽນ​ຮ່ວາງ, ​ເມືອງ 1, ນະຄອນ ​ໂຮ່ຈີ​ມິນ) ​ໃນ​ວັນ​ທີ 2/10. ຜູ້​ເຂົ້າ​ຮ່ວມ “ວັນ​ ໂຄສະນາ​ທຶນ​ການ​ສຶກສາ ​ອີ​ຢູ” ຈະ​ມີ​ໂອກາດ​ຊອກ​ຮູ້​ບັນດາ​ຂໍ້​ມູນ​ທີ່​ດູູດດື່ມ​ເມື່ອ​ຮຳ່ຮຽນ, ຄົ້ນ​ຄ້ວາ​ຢູ່​ໜຶ່ງ​ໃນ​ຈຳນວນ 28 ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ ຜ່ານ​ບັນດາ​ການ​ແບ່ງປັນ​ບົດຮຽນ​ຂອງ​ອະດີດນັກຮຽນ, ນັກ​ສຶກສາ ​ແລະ ຜູ້​ຕາງ​ໜ້າ​ບັນດາ​ສະຖານທູດ.


ຂ່າວ/ບົດ​ອື່ນ