ວິວັດທະນາການເຈລະຈາ FTA ລະຫວ່າງຫວຽດນາມ ແລະ ພັນທະພາບພາສີ ລັດເຊຍ-ເບຣາຣຸດ-ກະຊັກສຖານ

ວິວັດທະນາການເຈລະຈາ FTA ລະຫວ່າງຫວຽດນາມ ແລະ ພັນທະພາບພາສີ ລັດເຊຍ-ເບຣາຣຸດ-ກະຊັກສຖານ - ảnh 1
(ພາບປະກອບ)

(vovworld)- ​ແຕ່​ວັນ​ທີ 31/3 ຫາ​ວັນ​ທີ 4/4 ຢູ່​ນະຄອນ Almatu ປະ​ເທດສ.ກະຊັກ​ສຖານ ​ໄດ້​ດຳ​ເນີນ​​ການ​ເຈ​ລະ​ຈາ​ຮອບ​ທີ 5 ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ ພັນທະ​ພາບພາສີ ລັດ​ເຊຍ-​ເບຣາຣຸດ-ກະຊັກ​ສຖານ. ຕອບ​ສຳພາດ​ນັກ​ຂ່າວ VOV ປະຈຳ​ສະຫະພັນ​ລັດ​ເຊຍ, ທ່ານ ດັ້ງ​ຮ່ວາງ​ຫາຍ ຫົວໜ້າ​ກົມໆ​ຕະຫຼາດ​ເອີ​ລົບ​- ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ, ຫົວໜ້າ​ຄະນະ​ນັກ​ເຈລະຈາ​ຂັ້ນ​ວິຊາ​ການ​ຂອງ​ຫວຽດນາມ​ກ່ຽວ​ກັບ​ສັນຍາ​ໃຫ້​ຮູ້​ວ່າ :

    “ ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ​ເພາະວ່າ​ໃນການ​ເຈ​ລະ​ຈາ​ຮອບ​ນີ້, ພວກ​ເພື່ອນ​ຕ່າງປະ​ເທດສະ​ແດງ​ໃຫ້​ເຫັນ​ຄວາມ​ຕັ້ງໜ້າ ​ແລະ ມີ​ໄຫວ​ພິບ​ກ່ວາ​ໃນ​ຫຼາຍ​ບັນຫາ. ພວກ​ເຮົາ​ໄດ້​ມີ​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ​ໃນ​ຂັ້ນ​ຕອນ​ຕ່າງໆ, ຍົກ​ຕົວຢ່າງ​ຄື​ໃນ​ການ​ເຈ​ລະ​ຈາ​ຮອບ​ນີ້, ພວກ​ເຮົາ​ໄດ້​ສຳ​ເລັດ​ການ​ເຈລະຈາ​ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ. ຂ້າພະ​ເຈົ້າ​ຖື​ວ່າ ດ້ວຍ​ບັນດາ​ວິທີ​ການ​ທີ່​ມີ​ໄຫວ​ພິບ​ຂອງ​ທັງ 2​ແ ຝ່າຍ​ນັ້ນ​ດ ໝາກຜົນ​ແຫ່ງ​ການ​ເຈລະຈາ​ຈະ​ດີ​ກ່ວາ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ອັນ​ໄດ້​ສ້າງ​ມຫ້ມີ​ຄວາມ​ເຊື່ອ​ໝັ້ນ​ເພື່ອາດ​ຈະ​ສຳ​ເລັດ​ຖືກ​ກັບກຳນົດ​ເວລາ​ໃນ​ທ້າຍ​ປີ​ນີ້ ”

ຂ່າວ/ບົດ​ອື່ນ