ວິສາຫະກິດ ຈີນ ເປັນເຈົ້າການແຊກຊຶມເຂົ້າຕະຫຼາດ ຫວຽດນາມ

(VOVWORLD) -  ງານວາງສະແດງ Vietbuild Home 2017 ມີຮ້ານວາງສະແດງ 2.000 ຮ້ານ ຂອງວິສາຫະກິດ 450 ແຫ່ງ ມາຈາກ 18 ປະເທດ, ໃນນັ້ນ ສຸມໃສ່ຕົ້ນຕໍກ່ຽວກັບເຄື່ອງເຟີນີເຈີ ຕົບແຕ່ງພາຍໃນ - ພາຍນອກ, ອອກແບບສະຖາປັດຕະຍາກຳ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ 206 ແຫ່ງ.

ວິສາຫະກິດ ຈີນ ເປັນເຈົ້າການແຊກຊຶມເຂົ້າຕະຫຼາດ ຫວຽດນາມ - ảnh 1 ການປະຊຸມຂ່າວປະກາດກ່ຽວກັບ Vietbuild Home 2017

(ພາບປະກອບ)

“ວິສາຫະກິດ ຈີນ ມີຍຸດທະສາດແຊກຊຶມເຂົ້າຕະຫຼາດ ຫວຽດນາມ ຢ່າງເປັນລະບົບພໍສົມຄວນ” - ນີ້ແມ່ນຂໍ້ມູນຂ່າວໂດຍທ່ານ ຫງວຽນເຈີ່ນນາມ, ປະທານສະຫະສະມາຄົມອະສັງຫາລິມະຊັບ ຫວຽດນາມ ຍົກອອກມາໃນການປະຊຸມຂ່າວແນະນຳງານວາງສະແດງສາກົນອະສັງຫາລິມະຊັບ ຫວຽດນາມ( Vietbuild Home 2017) ຈັດຕັ້ງໃນຕອນບ່າຍວັນທີ 8 ທັນວາ, ຢູ່ນະຄອນ ໂຮ່ຈີມິນ.

        ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ ຫງວຽນເຈີ່ນນາມ, ປະທານສະຫະສະມາຄົມອະສັງຫາລິມະຊັບ ຫວຽດນາມ, ໃຫ້ຮູ້ວ່າ ທີ່ງານວາງສະແດງ Vietbuild ໄດ້ຈັດຕັ້ງໃນທ້າຍເດືອນກັນຍາ ຢູ່ນະຄອນ ໂຮ່ຈີມິນ, ມີການເຂົ້າຮ່ວມຂອງວິສາຫະກິດ ຈີນ ເປັນຈຳນວນຫຼວງຫຼາຍ, ທີ່ງານວາງສະແດງຄັ້ງນີ້, ວິສາຫະກິດ ຫວຽດນາມ ກວມອັດຕາສ່ວນຫຼາຍ. ຕາມທ່ານ ນາມ ແລ້ວ, ວິສາຫະກິດ ຈີນ ມີຍຸດທະສາດແຊກຊຶມເຂົ້າຕະຫຼາດ ຫວຽດນາມ ຢ່າງເປັນລະບົບພໍສົມຄວນ. ບໍ່ຄືກ່ອນນີ້, ບັນດາວິສາຫະກິດ ຫວຽດນາມ ຕ້ອງໄປສັ່ງຊື້ສິນຄ້າ, ປະຈຸບັນ, ບັນດາວິສາຫະກິດ ຈີນ ເປັນເຈົ້າການເປີດສາຂາ, ຫ້ອງການຕາງໜ້າຢູ່ ຫວຽດນາມ ພາຍໃຕ້ການໜູນຊ່ວຍຂອງລັດຖະບານ.

        ງານວາງສະແດງ Vietbuild Home 2017 ມີຮ້ານວາງສະແດງ 2.000 ຮ້ານ ຂອງວິສາຫະກິດ 450 ແຫ່ງ ມາຈາກ 18 ປະເທດ, ໃນນັ້ນ ສຸມໃສ່ຕົ້ນຕໍກ່ຽວກັບເຄື່ອງເຟີນີເຈີ ຕົບແຕ່ງພາຍໃນ - ພາຍນອກ, ອອກແບບສະຖາປັດຕະຍາກຳ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ 206 ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ