ວິສາຫະກິດ ນອກແວ ເອົາໃຈໃສ່ເຖິງຕະຫຼາດທີ່ມີຄວາມສາມາດບົມຊ້ອນຂອງຫວຽດນາມ

ວິສາຫະກິດ ນອກແວ ເອົາໃຈໃສ່ເຖິງຕະຫຼາດທີ່ມີຄວາມສາມາດບົມຊ້ອນຂອງຫວຽດນາມ - ảnh 1
ທ່ານ Finn Kristian Aamodt, ຜູ້​ຮັກສາ​ການ​ປະທານ Innovation Norway
(ພາບ: vietnamplus.vn)


(vovworld) - ​ໃນ​ຍຸດ​ທະ​ສາດ​ຮ່ວມ​ມື​ກັບ​ຫວຽດນາມ, ລາ​ຊະ​ອານາຈັກ ​ນອກ​ແວ ກຳນົດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແມ່ນ​ຂົງ​ເຂດ​ຫຼັກ​ແຫຼ່ງ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ເວົ້າ​ລວ​ມ. ສິ່ງ​ດັ່ງກ່າວ​ໄດ້​ພິສຸດ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ວົງ​ການ​ວິສາຫະກິດ​ນອກ​ແວ ທີ່​ມີ​ຕໍ່​ຕະຫຼາດ​ທີ່​ມີ​ຄວາມ​ສາມາດ​ບົມຊອນ​ຫຼາຍ​ຢ່າງ​ຂອງ​ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ​​ແຕກ​ຕາງ​ກັນ​ຄື: ​ໄຟຟ້າ​ນ້ຳຕົກ, ນ້ຳມັນ​ອາຍ​ແກັດ, ຕໍ່​ກຳ​ປັ່ນ... ກ່າວ​ຄຳ​ເຫັນ​ກ່ອນ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ອົງ​ມົງກຸດ​ລາຊະ​ກຸມມານ ​ແຫ່ງ​ລາຊະ​ອານາຈັກ ນອກ​ແວ Haakon, ທ່ານ Finn Kristian Aamodt, ຜູ້​ຮັກສາ​ການ​ປະທານ Innovation Norway (ອົງການ​ຮັບຜິດຊອບ​ສະ​ເພາະ​ການ​ຄ້າ​ຂອງ ນອກ​ແວ ຢູ່​ຕ່າງປະ​ເທດ) ຢືນຢັນ​ວ່າ ຫວຽດນາມ ນັບ​ມື້​ນັບ​ກາຍ​ເປັນ​ປະ​ເທດ​ສຳຄັນ​ສຳລັບ​ວົງ​ການ​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ນີ້. ​ແຕ່​ທ່ານ Aamodt ຖື​ວ່າ, ການ​ແລກປ່ຽນ​ດ້ານ​ການ​ຄ້າ 2 ສົ້ນ​ຍັງ​ບໍ່​ທັງ​ແທດ​ເໝາະ​ກັບ​ຄວາມ​ສາມາດ​ບົມຊ້ອນ ກໍ່​ຄື​ຄວາມ​ປາດ​ຖະໜາ​ຂອງ 2 ປະ​ເທດ.

        ສ່ວນ​ທ່ານ​ນາງ​​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ​ນອກ​ແວ ​ເລ​ທິຕ໋ວຽດມາຍ ຢືນຢັນ​ວ່າ, ຈະສືບ​ຕໍ່ຊຸກຍູ້​ການ​​​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ FTA ​ລະຫວ່າງ​ຫວຽດນາມ - EFTA ​ໂດຍ​ໄວນີ້ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ສຸມຂອງ​ການ​ຮ່ວມ​ມື​ລະຫວ່າ​ງຫວຽດນາມ - ນອກ​ແວ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​ລົງທຶນ ​ແລະ ການ​ຄ້າ 2 ຝ່າຍ.

ຂ່າວ/ບົດ​ອື່ນ