ວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຍູ້ແຮງການພົວພັນດ້ານການຄ້າ

(VOVWORLD) - ກອງປະຊຸມສຳມະນາ “Korean Sourcing Fair 2019” ຈະໄດ້ຈັດຂຶ້ນຢູ່ ນະຄອນຫຼວງ ເຊີອູນ, ປະເທດ ສ.ເກົາຫຼີ ໃນວັນທີ 15 ເມສາ.
ວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຍູ້ແຮງການພົວພັນດ້ານການຄ້າ - ảnh 1ບໍລິສັດເອເລັກໂຕນິກ Samsung Vina (ພາບ: vietnamplus.vn

ດຍນອນໃນການເຄື່ອນໄຫວເພື່ອຊຸກຍູ້ການພົວພັນດ້ານການຄ້າສອງຝ່າຍ ຫວຽດນາມ - ສ.ເກົາຫຼີນັ້ນ, ກອງປະຊຸມສຳມະນາ “Korean Sourcing Fair 2019” ຈະໄດ້ຈັດຂຶ້ນຢູ່ ນະຄອນຫຼວງ ເຊີອູນ, ປະເທດ ສ.ເກົາຫຼີ ໃນວັນທີ 15 ເມສາ.

ເຫດການໃນປີນີ້ຈະມີການເຂົ້າຮ່ວມຂອງວິສາຫະກິດຂະໜາດນ້ອຍ ແລະ ກາງຂອງ ສ.ເກົາຫຼີ 130 ແຫ່ງ ແລະ ວິສາຫະກິດ ຫວຽດນາມ 15 ແຫ່ງ. ນະທີ່ນີ້, ບັນດາວິສາຫະກິດ ຈະມີຮ້ານວາງຂາຍຜະລິດຕະພັນທີ່ມີຄຸນນະພາບສູງ, ມີຫຼາຍຮູບແບບ, ມີລັກສະນະທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ. ດ້ວຍບັນຍາກາດທີ່ເປີດອົກເປີດໃຈ ແລະ ເຊື່ອມຕໍ່ນັ້ນ, ແມ່ນໂອກາດເພື່ອໃຫ້ວິສາຫະກິດທັງສອງປະເທດໄດ້ສຳຜັດ, ຊອກຮູ້ບັນດາຜະລິດຕະພັນ, ເຕັກໂນໂລຢີ, ຈາກນັ້ນຊອກຫາບັນດາກາລະໂອກາດລົງທຶນ ແລະ ຮ່ວມມືດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ