ວິສາຫະກິດຕັ້ງຫນ້າຫນູນຊ່ວຍຊາວປະມົງຫາປາໄກຝັ່ງ

ວິສາຫະກິດຕັ້ງຫນ້າຫນູນຊ່ວຍຊາວປະມົງຫາປາໄກຝັ່ງ - ảnh 1
 ຜູ້ຕາງຫນ້າ BIDV ມອບເງິນຊ່ວຍເຫລືອຊາວປະມົງ


(vovworld)- ຕອນ​ບ່າຍ​ວັນ​ທີ 3/6, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງຫງາຍ ​ແລະ ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ (BIDV) ຈັດ​ຕັ້ງ​ການ​ພົບ​ປະ​ສົນທະນາ ຜັນ​ຂະຫຍາຍ​ໂຄງການ​ສິນ​ເຊື່ອ ຂຸດ​ຄົ້ນ​ສິນ​ທະ​ເລ​ຢູ່​ໄກ​ຝັ່ງ ປີ 2014. BIDV ​ໄດ້​ກະກຽມ​​ບ້ວງ​ສິນ​ເຊື່ອ 3000 ຕື້​ດົ່ງ ​ໃຫ້​ແກ່​ຊາວ​ປະມົງ​ເພື່ອ​ຫາ​ປາໄກ​ຝັ່ງ. ນອກ​ນັ້ນ BIDV ຍັງ​ໃຫ້​ຊາວ​ປະມົງກູ້​ຢືມ​ທຶນ​ເຄື່ອນ​ທີ່​ເມື່ອ​ໄປ ຫາ​ປາໄກ​ຝັ່ງ​ໃນ​ແຕ່​ລະ​ຄັ້ງ ພ້ອມ​ທັງ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ກູ້​ຢືມ​ທຶນ​​ເພື່ອ​ຕໍ່​ກຳ​ປັ່ນພະລາທິການ ຫລື ຕໍ່​ກຳ​ປັ່ນ​ໃຫ້​ຊາວ​ປະມົງ​ເຊົ່າ. ທ່ານ​ຟ້າ​ມກວາງ​ຕູ​ງ, ຮອງ​ຜູ້ອຳນວຍການ​ໃຫຍ່ BIDV ​​ໃຫ້​ຮູ້​ວ່າ:

        “​ລາຍການ​ໄດ້​ສຸມ​ໃສ່​ບຸລິ​ມະ​ສິດ​ໃຫ້​ກູ້​ຢືມ​ທຶນ​ເພື່ອ​ຕໍ່​ກຳ​ປັ່ນ​ເຫລັກ ​ແລະ ວັດ​ສະດຸ​ໃຫມ່,​ລວມມີ ຕໍ່​ກຳ​ປັ່ນ​ລຳ​​ໃຫມ່,​ຊື້​ໃຫມ່ ​​ເພື່ອ​ຫາ​ປາ​ຢູ່​ໄກ​ຝັ່ງ ​ແລະ ປະຕິບັດ​ວຽກ​ງານ​ພະລາທິການ​ບົນ​ທະ​ເລ. ຄາດ​ວ່າ ອັດຕາ​ດອກ​ເບ້ຍ ​ແຕ່ 2-3%/ປີ. ສຳລັບ​ກໍລະນີ​ຕໍ່​ກຳ​ປັ່ນ​ລຳ​ໃຫມ່ BIDV ຄາດ​ວ່າ ປີ​ທຳ​ອິດ ອັດຕາ​ດອກ​ເບ້ຍ​ແມ່ນ 0%.”

ຂ່າວ/ບົດ​ອື່ນ