ວິສາຫະກິດຕ່າງປະເທດຫຼາຍແຫ່ງລົງທຶນເຂົ້າເຂດເສດຖະກິດສາມຫຼ່ຽມທອງຄຳ

ວິສາຫະກິດຕ່າງປະເທດຫຼາຍແຫ່ງລົງທຶນເຂົ້າເຂດເສດຖະກິດສາມຫຼ່ຽມທອງຄຳ - ảnh 1
ພາບປະກອບ

(vovworld) - ຕາມ​ໝາກຜົນ​ການ​ລາຍ​ງານ ຂອງ​ກະຊວງ​ແຜນ​ການ ​ແລະ ການ​ລົງທຶນ​ລາວ ​ແລ້ວ, ປະຈຸ​ບັນ, ມີ​ວິ​ສາ​ຫະກິດ​ຕ່າງປະ​ເທດຫຼາຍ​ແຫ່ງ ​ເຂົ້າ​ມາ​ລົງທຶນ​ຢູ່​ເຂດ​ເສດຖະກິດ​ພິ​ເສດສາມຫຼ່ຽມທອງຄຳ. ​ເຂດ​ເສດຖະກິດ​ພິ​ເສດ​ສາມຫຼ່ຽມທອງຄຳ ນອນ​ໃນ​ເມືອງຕົ້ນ​ເຜິ້ງ, ​ແຂວງ​ບໍ່​ແກ້ວ, ​ເຊິ່ງ​ແມ່ນ​ເຂດນອນ​ໃນ​ແຜນການ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​​ຂອງ​ລັດຖະບານ​ລາວ, ​ເພື່ອ​ແນ​ໃສ່​ດຶງ​ດູດ​ບັນດາ​ນັກ​ລົງ​ທຶນ​ຕ່າງປະ​ເທດ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ. ຕາມ​ການ​ສະຖິຕິ​ແລ​້ວ, ມາ​ຮອດ​ປະຈຸ​ບັນ, ມີ​ບໍລິສັດ​ຂອງ​ຕ່າງປະ​ເທດປະມານ 20 ​ແຫ່ງເຂົ້າ​ມາ​ລົງທຶນ​ຢູ່​ເຂດ​ເສດຖະກິດ​ພິ​ເສດ​ສາມຫຼ່ຽມ​ທອງຄຳ. ທ່ານ ບຸນ​ມີ ສຸວັນ​ນາ​ລັງສີ, ຫົວໜ້າ​ເຂດ​ເສດຖະກິດ​ພິ​ເສດ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເມື່ອ​ເຂດ​ເສດຖະກິດ​ພິ​ເສດ​ສາມຫຼ່ຽມທອງ​ຄຳໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນມາ​ຮອດ​ປະຈຸ​ບັນ, ລັດຖະບານ​ລາວ ​ແລະ ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ໄດ້​ລົງທຶນ​ຈຳນວນ​ເງິນ​ປະມານ 650 ລ້ານ USD, ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ເຫັນ​ໄດ້ຊັດ ຄື: ລະ​ບົບທາງ​ຄົມມະນາຄົມ, ລະ​ບົບ​ກັນ​ເຈື່ອນ, ​ຕາໜ່າງໄຟຟ້າ, ນ້ຳ​ສະອາດ​ໄດ້​ຮັບ​ການ​ສ້າງ​ສຳ​ເລັດ. ​ໄປ​ຄຽງຄູ່​ກັນ​ນັ້ນ, ​ເຂດ​ເສດຖະກິດ​ພິ​ເສດ​ສາມ​ຫຼ່ຽມທອງຄຳ ຍັງ​​ແມ່ນ​ສະຖານ​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ​ແຕ່​ລະ​ມື້, ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດປະມານ 1.000 ​ເທື່ອຄົນ ​ມາ​ຢ້ຽມຢາມ​ເຂດ​ເສດຖະກິດ​ພິ​ເສດ​ນີ້.

ຂ່າວ/ບົດ​ອື່ນ