ວິສາຫະກິດຫວຽດນາມຍູ້ແຮງການລົງທຶນຢູ່ກຳປູເຈຍ

ວິສາຫະກິດຫວຽດນາມຍູ້ແຮງການລົງທຶນຢູ່ກຳປູເຈຍ - ảnh 1
ການເຮັດວຽກລະຫວ່າງ 2 ຄະນະ
(ພາບ: Xuân Khu/Campuchia)


(vovworld) – ຕອນ​ບ່າຍ​ວັນ​ທີ 19/3, ສະຖາ​ນທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ສົມທົບ​ກັບ​ສະຫະສະມາຄົມ​ນັກ​ລົງທຶນ ຫວຽດນາມ (ACIV) ​ໄປ ພະນົມ​ເປັນ ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ປຶກສາ​ຫາລື​ແຜນການ​ຜັນ​ຂະຫຍາຍ​ວຽກ​ງານ​ຂອງ ACIV ​ໄລຍະ 2014 – 2015, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​​ເຄື່ອນ​ໄຫວ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ກຳປູ​ເຈຍ. ACIV ວາງ​ອອກ​ຄາດໝາຍ​ຮອດ​ປີ 2015, ຈຳນວນ​​ເງິນ​ລົງ​ທຶນ​ໂດຍ​ກົງ (FDI) ຂອງວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ ກຳປູ​ເຈ​ຍ ບັນລຸ​ໃຫ້​ໄດ້​ປະມານ 4 – 4,2 ຕື້ USD ​ແລະ ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ 5 ຕື້ USD, ກໍ່​ຄື​ສົ່ງ​ເສີມ​ແຂກ​ທ່ອງ​ທ່ຽວ ຫວຽດນາມ ​ໄປ​ ກຳປູ​ເຈຍ ດ້ວຍ​ລະດັບ​ເພີ່ມ​ຂຶ້ນ​ສະ​ເລ່ຍປະມານ 30%/ ປີ, ບັນ​ລຸ​ລະດັບ 1,6 ລ້ານ​ເທື່ອ​ຄົນ​ໃນ​ປີ 2015. ​ໃນ​ໄລຍະ 2014 – 2015, ACIV ສຸ​ມ​ໃສ່​ລົງທຶນ​ເຂົ້າ ກຳປູ​ເຈຍ ​ໃນ​ບັນດາ​ຂົງ​ເຂດ​ກະສິກຳ, ພະລັງງານ, ການບິນ, ການ​ເງິນ​ທະນາຄານ, ສາທາ​ລະນະ​ສຸກ, ພັດທະນາ​ພື້ນຖານ​ໂຄງ​ລ່າງ, ພ້ອມ​ທັງຊຸກຍູ້​ການ​ຮ່ວມ​ມື​ແລກປ່ຽນ​ສິນ​ຄ້າ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ເຂດ​ຊາຍ​ແດນ, ສຸມ​ໃສ່​ເຂົ້າ​ໃນ​ບັນດາປະ​ເພດ​ສິນຄ້າ​ທີ່​ມີທ່າ​ແຮງ​ຂອງ​ຫວຽດນາມ ຄື ຟຸ່ມ​ເຄມີ, ນ້ຳມັນ​ອາຍ​ແກ​ດ, ພະລັງງານ.

ຂ່າວ/ບົດ​ອື່ນ