ວິສາຫະກິດຫວຽດນາມຫລາຍແຫ່ງໄດ້ຮັບລາງວັນ“ເຄື່ອງໝາຍການຄ້າທີ່ລືຊື່ ຂອງອາຊຽນ”

ວິສາຫະກິດຫວຽດນາມຫລາຍແຫ່ງໄດ້ຮັບລາງວັນ“ເຄື່ອງໝາຍການຄ້າທີ່ລືຊື່ ຂອງອາຊຽນ” - ảnh 1


(vovworld)-ມີວິສາຫະກິດຫວຽດນາມ ແລະ ລາວຫລາຍແຫ່ງໄດ້ຮັບລາງວັນ “ເຄື່ອງໝາຍການຄ້າທີ່ລືຊື່ຂອງອາຊຽນ” ຊ່ືງຈັດຂຶ້ນໃນຕອນຄຳ່ວັນທີ 17/8 ຢູ່ ນະຄອນຫລວງວຽງຈັນ. ບັນດາວິສາຫະກິດຫວຽດນາມ ໄດ້ຮັບລາງວັນລ້ວນແຕ່ແມ່ນ ບັນ​ດວິ​ສາ​ຫະກິດ​ໃຫຍ່​ຄື: ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ລົງທຶນ ​ແລະ ພັດທະນາ ຫວຽດນາມ(BIDV), ທະ​ນາຄາ​ນການ​ຄ້າ​ຫຸ້ນ​ສ່ວນ​ອຸດສາຫະກຳ​ຫວຽດນາມ

(Vietinbank), ບໍລິສັດ​ທຽນ​ລອງ, ກຸ່ມ​ບໍລິສັດ​ເຕີນ​ຫຽບຟາດ… ນີ້​ແມ່ນ​ບັນດາ​ວິ​ສາ​ຫະກິດ​ໄດ້​ສ້າງ​ເຄື່ອງໝາຍ​ການ​ຄ້າ ​ແລະ ກາ​ໝາຍ​ສິນຄ້າ, ຜະລິດ​ຕະພັນ, ບໍລິການ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ, ມີ​ຄຸນ​ນະພາ​ບສູງ ​ແລະ ພວມ​ເປີດ​ກວ້ງການ​ລົງທຶນ​ອອກ​ສູ່​ຕ່າງປະ​ເທດ. ລາງວັນ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ການ​ຄັດ​ເລືອກ​ຜ່ານ​ມາດຖານ​ຄື: ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ,ສັງຄົມ​ຂອງ​ທ້ອງ​ຖິ່ນ, ປະ​ເທດ​ຊາດ ​ແລະ ພາກ​ພື້ນ​ອາ​ຊຽນ.

ຂ່າວ/ບົດ​ອື່ນ