ວິສາຫະກິດຫວຽດນາມແລະກຸຍບາລົງນາມໃນຂໍ້ຕົກລົງດ້ານການຄ້າຫຼາຍສະບັບ

(VOVWORLD) -ໃນຂອບເຂດກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວຂອງນະຄອນໂຮ່ຈິມິນ, ທີ່ຫາກໍ່ດຳເນີນ ເນື່ອງໃນໂອກາດການໄປຢ້ຽມຢາມກຸຍບາ ຂອງຄະນະຜູ້ແທນຂັ້ນສູງນະຄອນ, ຜູ້ຕາງໜ້າວິສາຫະກິດ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງດ້ານການຄ້າ 5 ສະບັບ.

ເນື້ອໃນບັນດາຂໍ້ຕົກລົງດັ່ງກ່າວລວມມີເລື່ອງສົ່ງເສີມການແລກປ່ຽນບັນດາຄະນະຜູ້ແທນດ້ານການຄ້າລະຫວ່າງ 2 ປະເທດ, ສ້າງເງື່ອນໄຂໃຫ້ແກ່ການໂຄສະນາຜະລິດຕະພັນຫວຽດນາມ ຢູ່ກຸຍບາ, ໜູນຊ່ວຍເຊິ່ງກັນ ແລະ ກັນຈັດຕັ້ງເຫດການ ແລະ ແບ່ງປັນຂໍ້ມູນຂ່າວກ່ຽວກັບທ່າອ່ຽງ, ຄວາມຊິນເຄີຍໃນການໃຊ້ສອຍ ແລະ ການເຄື່ອນໄຫວຂາອອກ - ຂາເຂົ້າ. ພ້ອມກັນນັ້ນ, ບັນດາຝ່າຍກໍ່ເຫັນດີສົ່ງເສີມຜັນຂະຫຍາຍໂຄງການເຮືອນກຸຍບາ ຢູ່ຫວຽດນາມ, ກໍ່ສ້າງໂຮງງານຜະລິດ ແລະ ດຳເນີນທຸລະກິດທາດລ້າງຂອງຫວຽດນາມ ຢູ່ເຂດພິເສດພັດທະນາ Mariel ແລະ ຮ່ວມມືພັດທະນາການທ່ອວງທ່ຽວ 2 ສົ້ນລະຫວ່າງຫວຽດນາມ ແລະ ກຸຍບາ - ອາເມລິກາກາງ - ກາຣີເບ.

ຕອບກັບ

ຂ່າວ/ບົດ​ອື່ນ