ວິສາຫະກິດອີຢູມີການກະທົບຕອບຢ່າງຕັ້ງໜ້າກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ

ວິສາຫະກິດອີຢູມີການກະທົບຕອບຢ່າງຕັ້ງໜ້າກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ຕາມ​ໝາກຜົນ​ແຫ່ງ​ການສຳ​ຫຼວດ​ດັດ​ຊະ​ນີສະພາບ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ (BCI) ​ໄຕ​ມາດ​ທີ 2 ປີ 2016 ​ໂດຍ EuroCham ປະກາດ​ໃຫ້​ເຫັນ​ວ່າ​ບັນດາ​ວິ​ສາ​ຫະກິດ ​ເອີ​ລົບ ຍັງມີ​ການ​ກະທົບ​ຕອບ​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ຕາມ​ນັ້ນ​ແລ້ວ, ບັນດາ​ວິ​ສາ​ຫະກິດ ​ເອີ​ລົບ ສ່ວນ​ຫລາຍ ລ້ວນ​ແຕ່​ຖື​ວ່າ: ​ເສດຖະກິດ​ມະຫາ​ພາກ​ຂອງ ຫວຽດນາມ ຈະ​ສືບ​ຕໍ່​ເປັນ​ປົກ​ກະຕິ, ດ້ວຍ 56,3% ຈຳນວນ​ວິ​ສາ​ຫະກິດ​ມີ​ການ​ກະທົບ​ຕອບ​ວ່າ “​ເປັນ​ປົກກະຕິ ​ແລະ ມີການ​ປົວ​ແປງ” ​ແລະ ພຽງ​ແຕ່​ມີ 9,4% ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ການ​ສຳ​ຫລວດ​ຄາດ​ຄະ​ເນວ່າ ​ເສດຖະກິດ​ມະຫາ​ພາກ​ຈະຊຸດ​ໂຊມ. ​ແລະ​ກໍ່ຕາມ EuroCham ​ແລ້ວ, ປະມານ 49% ວິ​ສາ​ຫະກິດ​ໄດ້​ຮັບ​ການ​ສຳ​ຫລວດ ຄາດ​ຄະ​ເນ​ວ່າ ຈຳນວນ​​ໃບ​ສັ່ງ​ຊື້​ສິນຄ້າ ຫຼື ລາຍ​ຮັບ​ຂອງ​ເຂົາ​ເຈົ້າ​ຈະ​ເພີ່ມ​ຂຶ້ນ​ນ້ອຍ​ໜຶ່ງ​ໃນ​ໄຕ​ມາດ​ທີ 3. ດັ່ງ​ນັ້ນ ​ເມື່ອ​ຖືກຖາມກ່ຽວ​ກັບ​ແຜນການ​ລົງທຶນ ​ແລະ ພັດທະນາ​ຈຳນວນ​ບຸກຄະລາ​ກອນນັ້ນ, ການ​ກະທົບ​ຕອບ​ຂອງ​ບັນດາ​ວິ​ສາ​ຫະກິດ ​ເອີ​ລົບ ​ແມ່ນ​ຕັ້ງໜ້າ​ທີ່​ສຸດ, ມີ​ຄວາມສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ລາຍ​ຮັບ ​ແລະ ຈຳນວນ​ໃບ​ສັ່ງ​ຊື້​ສິນຄ້າ.

 

ຂ່າວ/ບົດ​ອື່ນ