ວິສາຫະກິດແມ່ນກຳລັງປະຈັນບານນຳໜ້າໃນການພັດທະນາເສດຖະກິດ

ວິສາຫະກິດແມ່ນກຳລັງປະຈັນບານນຳໜ້າໃນການພັດທະນາເສດຖະກິດ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວທີ່ກອງປະຊຸມ
(ພາບ: ຟ້າມກຽນ/ສຳນັກຂ່າວສານຫວຽດນາມ)

(vovworld) – ພັກ, ລັດ​ຍາມ​ໃດ​ກໍ່​ຖື​ວິ​ສາ​ຫະກິດ​ແມ່ນ​ກຳລັງ​ປະຈັນບານ​ນຳ​ໜ້າ​ໃນ​ການ​ພັດທະນາ​ເສດຖະກິດ. ໜູນ​ຊ່ວຍ​ວິ​ສາ​ຫະກິດ​ແມ່ນ​​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ. ທ່ານ ​ເວື​ອງດິ່ງ​ເຫ​້ວ, ຮອງ​ນາຍົກລັດຖະມົນຕີ ​ໄດ້​ຢັ້ງຢືນ​ຄື​ແນວ​ນັ້ນ​ທີ່​ກາ​ນພົບ​ປະ​ກັບ​ນັກທຸລະກິດໜຸ່ມ 100 ຄົນ​ທີ່​ດີ​ເດັ່ນ​ໃນ​ປີ 2016 ​ໃນ​ຕອນ​ເຊົ້າ​ວັນ​ທີ 3/6, ທີ່​ສຳນັກງານ​ລັດຖະບານ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ​ແມ່ນ​ຖື​ທຸກ​ພາກສ່ວນ​ເສດຖະກິດ​ລ້ວນ​ແຕ່​ມີ​ຄວາມ​ສຳຄັນ, ສົ່ງ​ເສີມ​ບັນດາ​ພາກສ່ວນ​ເສດຖະກິດ​ແກ່ງ​ແຍ້​ງສະ​ເໝີ​ພາບ​ຕໍ່ກັນ, ​ເຄົາ​ລົບ​ສິດ​​ເສລີ​ພາບ​ໃນ​ການ​ດຳ​ເນີນ​ທະລຸ​ກິດ​ຂອງ​​ ​ພົນ​ລະ​ເມືອງທຸກໆ​ຄົນ, ​ວິສາ​ຫະກິດທຸກໆ​ແຫ່ງ. ລັດຖະບານ​ຊອກ​ຫາ​ທຸກໆ​ມາດ​ຕະການ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ, ​ສ້າງ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ, ຖື​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ແມ່ນ​ກຳລັງ​ໜູນ​ສຳຄັນ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ລັດຖະບານ​ໄດ້​ກະກຽມ​ການຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ກົດໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ. ທ່ານ​ຮອງ​ນາຍ​ົກລັດ​ຖະມົນຕີ​ໃຫ້​ຮູ້​ວ່າ: ລັດຖະບານ​ຈະ​ມີ​ການ​ກະທົບ​ໜູນ​ຊ່ວຍ​ພັດທະນາ​ວິ​ສາ​ຫະກິດ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະ​ດວກ​ທ່ີ​ສຸດ ​ແລະ ຍົກ​ສູງ​ກຳລັງ​ຄວາມສາມາດ​ແກ່ງ​ແຍ​້ງ​ແຫ່ງ​ຊາດ​ຂອງ ຫວຽດນາມ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂຶ້ນ​ກັບ​ທຸ​ກໆ​ພາກ​ສ່ວນ​ເສດຖະກິດ​ລ້ວນ​ແຕ່​ເຄື່ອນ​ໄຫວ​ໃນ​ສະພາບ​ແວດ​ລ້ອມ​ຄື​ກັນ, ບໍ່​ມີ​ການຈຳ​ແນ​ກການ​ປະ​ພຶດ ​ແລະ ຕາມ​ຫຼັກການ​ຕະຫຼາດ.


ຂ່າວ/ບົດ​ອື່ນ