ວິສາຫະກິດໂຮນລັງ ຊອກຫາກາລະໂອກາດລົງທຶນເຂົ້າເຂດ ທົ່ງພຽງແມ່ນ້ຳຂອງ

ວິສາຫະກິດໂຮນລັງ ຊອກຫາກາລະໂອກາດລົງທຶນເຂົ້າເຂດ ທົ່ງພຽງແມ່ນ້ຳຂອງ - ảnh 1
( ພາບປະກອບ )


( vovworld ) - ຕອນ​ບ່າຍວັນທີ 6/3, ຄະນະ​ນັກທຸລະກິດ​ໂຮ​ນລັງ ​ໄດ້​ມາ​ຮອດ​ນະຄອນ ​ເກີນ​ເທີ ​ເພື່ອ​ຊອກ​ຮູ້​​ ແລະ ຊອກ​ຫາກາລະ​ໂອກາດລົງທຶນ​ຢູ່​ແຂວງ​ນີ້ ​ແລະ ບັນດາ​ແຂວງ​​​ໃນເຂດ​ທົ່ງພຽງ​​ແມ່​ນ້ຳຂອງ. ນີ້​ແມ່ນ​ບັນດາ​ວິ​ສາ​ຫະກິດ​ທີ່​ພວມເຄື່ອນ​ໄຫວ​ຢູ່​ຫວຽດນາມ ​ໃນ​ຂົງ​ເຂດ​ທີ່ປຶກສາ, ອອກ​ແບບ​ເຕັກນິກ, ກະສິກຳ, ຄຸ້ມ​ຄອງ​ແຫຼ່ງນ້ຳ, ປູກຝັງ, ຫົວອາຫານ​ສັດ, ຄຸ້ມ​ຄອງ​ຄຸນ​ນະພາ​ບ ​ແລະ ​ໃຫ້​ຄຳທີ່​ປຶກສາ​ດ້ານ​ສຶກສາ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ​ໃຫຍ່​ຄື Royal Haskoning, Tebodin, Boskalis ​ແລະ ອື່ນໆ.

    ​ໄລ​່ມາ​ຮອດ​ປີ 2010, ວົງ​ເງິນ​ການ​ຄ້າ​ລະຫວ່າງ​ຫວຽ​ດນາມ ​ແລະ ​ໂຮ​ນລັງ ບັນລຸ​ໄດ້​ກວ່າ 2,2 ຕື້ USD. ປະຈຸ​ບັນ​ໂຮ​ນລັງ ມີ 130 ກວ່າ​ໂຄງການ​ລົງທຶນ​ເຂົ້າ​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນຈົດ​ທະບຽນ​ແມ່ນ 5,7 ຕື້ USD. ບັນດາ​ໂຄງການ​ລົງທຶນ​ຕົ້ນ​ຕໍ່​​ແມ່ນປະຕິບັດ​ຢູ່​ບັນດາ​ແຂວງທາງ​ພາກ​ໃຕ້. ສ່ວນຂົງ​ເຂດ​ລົງທຶນ​ຕົ້ນ​ຕໍແມ່ນ ອຸດສາຫະກຳ​ສະບຽງ​ອາຫານ, ສຳ​ຫຼວດ ​ແລະ ຂຸດ​ຄົ້ນ​ນ້ຳມັນ, ອາຍ​ແກ​ດ, ທາດ​ເຄມີ, ​ເຄື່ອງສຳ​ອາງ, ​ດຳ​ເນີນທຸລະ​ກິດ​ໂຮງ​ແຮມ, ຫ້ອງການ, ກໍ່ສ້າງ ​ແລະ ອື່ນໆ.
ຂ່າວ/ບົດ​ອື່ນ