ວິສາຫະກິດໄທ ປາດຖະໜາເພື່ມທະວີ ການມີໜ້າຢູ່ຫວຽດນາມ

ວິສາຫະກິດໄທ ປາດຖະໜາເພື່ມທະວີ ການມີໜ້າຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ຜູ້ອຳນວຍການ​ສູນ​ການ​ຄ້າ​ໄທ (TTC) ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານນາງ Malionee Harnboonsong ​ໃຫ້​ຂໍ້​ສັງ​ເກດວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ກາລະ​ໂອກາດ​ຫຼາຍ​ຢ່າ​ງ, ​ໂດຍ​ສະ​ເພາະ​ແມ່ນນະຄອນ​ໂຮ່ຈິ໋​ມິນ. ຕາມ​ທ່ານ​ນາງ Malionee ​ແລ້ວ, ນັກ​ລົງທຶນ​ໄທ ບໍ່​ຄວນ​ສ້າງ​ຕັ້ງ​ບັນດາ​ວິ​ສາ​ຫະກິດ​ພຽງ​ຂຸດ​ຄົ້ນ​​ແຫຼ່ງກຳລັງ​ທຳ​ມະ​ຊາດ​ຫວຽດນາມ ເທົ່າ​ນັ້ນ, ​ແທນ​ທີ່​ນັ້ນ​ຄວນ​ຮ່ວມ​ມື​ກັບ​ຫວຽດນາມ ຜ່ານ​ການ​ຮ່ວມທຸລະ​ກິດ ​ເພື່ອ​ສ້າງ​​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດຢ່າງ​ໄກ້​ຊິດ​ສະໜິດສະໜົມ. ທ່ານນາງ Malionee ​ໃຫ້​ຮູ້​ວ່າ ​ໄທ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ມີໜ້າ​ຢູ່​ຕະຫຼາດ​ຫວຽດນາມ. ​ໄທ ຫວັງ​ວ່າ ມູນ​ຄ່າ​ແລກປ່ຽນ​ການ​ຄ້າ​ກັບ​ຫວຽດນາມ ​​ໃນແຕ່ລະ​ປີ ຈະ​ເພີ່ມ​ຂຶ້ນ 20%.

        ຕາມຕົວ​ເລກ​ສະຖິຕິ​ແລ້ວ, ​ໃນ 6 ​ເດືອນ​ຕົ້ນ​ປີ 2013, ວົງ​ເງິນ​ສົ່ງ​ອອກ​ຂອງ​ໄທ ມາ​ຫວຽດນາມ ​ເພີ່ມ​ຂຶ້ນ 2,26% ​ແມ່ນ 3,3 ຕື້ USD, ​ໃນ​ຂະນະ​ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 26% ​​ແມ່ນ 1,68 ຕື້ USD.
ຂ່າວ/ບົດ​ອື່ນ