ວາງສະແດງປຶ້ມ,ເອກະສານກ່ວາ800ຢ່າງກ່ຽວກັບພັກກອມມູນິດຫວຽດນາມ

ວາງສະແດງປຶ້ມ,ເອກະສານກ່ວາ800ຢ່າງກ່ຽວກັບພັກກອມມູນິດຫວຽດນາມ - ảnh 1
ງ​ານ​ວາງ​ສະ​ແດງ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/1
(ພາບ:laodong.com.vn)

Vovworld - ງານ​ວາງ​ສະ​ແດງ​ປຶ້​ມ, ເອ​ກະ​ສານ​ດ້ວຍ​ຫົວ​ຂ​ໍ້​ວ່າ “ພັກ​ກອມ​ມູ​ນິດ ຫວຽດ​ນາມ - ​ຈາກກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້ ​ຫາກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ຕໍ່​ໄປ” ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/1, ຢູ່​ຫ​ໍ​ສະ​ໝຸດ​ແຫ່ງ​ຊາດ ຫວຽດ​ນາມ. ງານ​ວາງ​ສະ​ແດງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຂ່ຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ສະ​ເຫຼີມ​ສະຫຼອງ 86 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັ​ກກອມ​ມູ​ນິດ ຫວຽດ​ນາມ. ທ່ານ ຫງວຽນ​ຊວນ​ຢູ້ງ, ຮອງ​ຜູ້​ອຳ​ນວຍ​ການ​ຫ​ໍ​ສະ​ໝຸດ​ແຫ່ງ​ຊາດ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ນຳ​ມາ​ວາງ​ສະ​ແດງ​ບັນ​ດາ​ເອ​ກະ​ສານ​ສ່ອງ​ແສງ​ການ​ກຳ​ເນີດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ກ​ໍ​ຄື​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ 11 ຄັ້ງ. ບັນ​ດາ​ເອ​ກະ​ສານ​ລວມ​ມີ: ປຶ້ມ, ໜັງ​ສື​ພິມ, ວາ​ລະ​ສານ, ​ພາບຖ່​າຍ, ​ເທບວີ​ດີ​ໂ​ອ… ​ເຊິ່ງ​ໄດ້ສ​່ອງ​ແສງ​ບັນ​ດາ​ຜົນ​ງານ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໃນ​ຕະຫຼອດ 86 ປີ​ຜ່ານ​ມາ. ພວກ​ຂ້າ​ພະ​ເຈົ້າ​ມີ​ເອ​ກະ​ສານຫຼາຍ​ຢ່າງ​​ກ່ຽວ​ກັບ​ການ​ລຸກ​ຮື​ຂຶ້ນ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ກ່ອນ​ທີ່​ພັກ​ ໄດ້​ຮັບ​ການສ້າງ​ຕັ້ງ. ນີ້​ແມ່ນ​ປະ​ຖົມ​ປັດ​ໄຈເພື່ອ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.”


ຂ່າວ/ບົດ​ອື່ນ