ວາງສະແດງແຜນທີ່ ຫວຽດນາມ ຢູ່ງານຕະຫລາດນັດທ່ອງທ່ຽວສາກົນ Berlin 2018

(VOVWORLD) - ໃນລາຍການໂຄສະນາເຜີຍແຜ່ການທ່ອງທ່ຽວ ຫວຽດນາມ ທີ່ນອນໃນຂອບເຂດງານຕະຫລາດນັດການທ່ອງທ່ຽວສາກົນ - ITB Berlin 2018, ແຕ່ວັນທີ 07 – 11 ມີນາ, ມີບາງຮ້ານວາງສະແດງການທ່ອງທ່ຽວ ຫວຽດນາມ ໄດ້ຈັດຕັ້ງການແນະນຳ, ວາງສະແດງແຜນທີ່ ຫວຽດນາມ ໃຫ້ແຂກໄດ້ຢ້ຽມຊົມ.
ວາງສະແດງແຜນທີ່ ຫວຽດນາມ ຢູ່ງານຕະຫລາດນັດທ່ອງທ່ຽວສາກົນ Berlin 2018 - ảnh 1 ວາງສະແດງແຜນທີ່ ຫວຽດນາມ ຢູ່ງານຕະຫລາດນັດທ່ອງທ່ຽວສາກົນ Berlin 2018 (ພາບ: TTXVN)

ພ້ອມກັບການແນະນຳ ແລະ ໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວ, ການບໍລິການ ແລະ ການສະແດງບັນດາລາຍການສິລະປະວັດທະນະທຳທີ່ເປັນມູນເຊື້ອ, ການເຄື່ອນໄຫວວາງສະແດງແຜນທີ່ ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາຮູບພາບກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ, ຊ່ວຍໃຫ້ເພື່ອນມິດສາກົນມີຂໍ້ມູນຂ່າວສານທີ່ມີປະໂຫຍດ ແລະ ຊັດເຈນກ່ຽວກັບການທ່ອງທ່ຽວ ຫວຽດນາມ ກໍ່ຄືອະທິປະໄຕສຳລັບບັນດາໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາຂອງ ຫວຽດນາມ ຕື່ມອີກ. ງານຕະຫລາດນັດທ່ອງທ່ຽວສາກົນ - ITB Berlin 2018 ໄດ້ດຳເນີນຢູ່ສູນຕະຫລາດນັດວາງສະແດງ Messe ທີ່ນະຄອນຫລວງ Berlin.

ຕອບກັບ

ຂ່າວ/ບົດ​ອື່ນ