ວາດພາບ “ສະໜາມຫຼວງ ອີຕາລີ” ຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ ໃນລະຫວ່າງວັນທີ 10 – 11 ພະຈິກ

(VOVWORLD) -ຕອນບ່າຍວັນທີ 01 ພະຈິກ, ຢູ່່ຮ່າໂນ້ຍ, ສະຖານທູດ ອີຕາລີ ປະຈໍາ ຫວຽດນາມ ໄດ້ຈັດການຖະແຫຼງຂ່າວ ແນະນໍາກ່ຽວກັບບັນດາການເຄື່ອນໄຫວທີ່ຈະດໍາເນີນແຕ່ວັນທີ 2 – 11 ພະຈິກ, ໃນຂອບເຂດລາຍການສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ອີຕາລີ - ຫວຽດນາມ (1973 – 2018), ດ້ວຍທິດນໍາທີ່ວ່າ “ຈົ່ງດໍາລົງຊີວິດຕາມແບບແຜນການດໍາລົງຊີວິດຂອງຊາວອີຕາລີ”, ເພື່ອແນໃສ່ນໍາວັດທະນະທໍາຂອງ ອີຕາລີ ຫຍັບມໍ່ເຂົ້າໃກ້ກັບມະຫາຊົນຫວຽດນາມ ຫຼາຍກວ່າ.

ກ່າວຄໍາເຫັນທີ່ການປະຊຸມຂ່າວ, ທ່ານ Ceilia Piccioni ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ອີຕາລີ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວດັ່ງກ່າວ ໄດ້ປະຕິບັດບົນຈິດໃຈເຊື່ອມຕໍ່ກັບ “ສັບປະດາອາຫານການກິນ ອີຕາລີ ໃນທົ່ວໂລກ ຄັ້ງທີ 3”. ເປີດສາກໃຫ້ແກ່ບັນດາລາຍການການເຄື່ອນໄຫວ ແມ່ນລາຍການຊີມເຫຼົ້າ “Sentiero di Vino – Valpolicella” ເຊິ່ງຖືກຈັດຂຶ້ນໃນວັນທີ 02 ພະຈິກ ຢູ່ ສູນສົ່ງເສີມວັດທະນະທໍາ ແລະ ການຄ້າ ອີຕາລີ ຢູ່ຮ່າໂນ້ຍ, ວັນທີ 6 ພະຈິກ ທີ່ສະຖາບັນການຕ່າງປະເທດຫວຽດນາມ ຈະຈັດກອງປະຊຸມສໍາມະນາ, ວັນທີ 7 ພະຈິກ, ທີ່ສູນສົ່ງເສີມວັດທະນະທໍາ ແລະ ການຄ້າ ອີຕາລີ ຢູ່ຮ່າໂນ້ຍ ກໍຈະດໍາເນີນກອງປະຊຸມສໍາມະນາ ຮ່ວມມືວິທະຍາສາດ ປີ 2018 ເຊິ່ງໄດ້ສຸມໃສ່ເນື້ອໃນການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະ ອີຕາລີ ໃນຂົງເຂດ ວິທະຍາສາດ - ເຕັກໂນໂລຢີ ແລະ ບັນດາໂຄງການກ່ຽວກັບເຕັກໂນໂລຢີດາວທຽມ. ວັນທີ 8 ພະຈິກ, ທ່ານ Ceilia Piccioni ຈະຈັດງານລ້ຽງ Gala dinner ດ້ວຍອາຫານເຍື່ອງຕ່າງໆ ທີ່ມີລົດຊາດພິເສດຂອງ ອີຕາລີ ແລະ ຈຸດເດັ່ນຂອງລາຍການເຄື່ອນໄຫວຄັ້ງນີ້ ແມ່ນ “ງານຕະຫຼາດນັດວັດທະນະທໍາ ອີຕາລີ” ເຊິ່ງຈະຖືກຈັດຂຶ້ນໃນລະຫວ່າງວັນທີ 10 – 11 ພະຈິກ ຢູ່ ພະລາຊະວັງທັງລອງ (ຮ່າໂນ້ຍ) ດ້ວຍອາຫານການກິນ, ເຫຼົ້າແວງ ແລະ ການເຂົ້າຮ່ວມຂອງບັນດາພໍ່ຄົວແມ່ຄົວ ອີຕາລີ ທີ່ມີຊື່ສຽງຂອງ ອີຕາລີ.


ຕອບກັບ

ຂ່າວ/ບົດ​ອື່ນ