ວາລະປະຊຸມຄັ້ງທີ 18, ຄະນະປະຈຳສະພາແຫ່ງຊາດຊຸດທີ 13

ວາລະປະຊຸມຄັ້ງທີ 18, ຄະນະປະຈຳສະພາແຫ່ງຊາດຊຸດທີ 13 - ảnh 1
(ພາບປະກອບ)
(vovworld) -  ຕອນ​ເຊົ້າ​ວັນ​ທີ 15/05, ​ໂດຍ​ສືບ​ຕໍ່ວາລະ​ປະຊຸມ​ຄັ້ງ​ທີ 18, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະກຽ​ມໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ທ່ານຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫງວຽນ​ແຫງ​ຟຸກ ​ໃຫ້​ຮູ້​ວ່າ ​ບົນ​ພື້ນຖານ​ການ​ຄົ້ວ​ຄວ້າ, ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ຕ້ອງ​ຄິດ​ໄລ່​ເຖິງ​ບັນດາ​ເນື້ອ​ໃນ ​ແລະ ​ໄລຍະ​ເວລາ​ດຳ​ເນີນ​ກອງ​ປະຊຸມ, ວິທີ​ການ​ປະຕິບັດ​ສຳລັບ​ແຕ່ລະ​ເນື້ອ​ໃນ, ​ເວລາ​ຄົ້ນຄວ້າ​ເອກະສານ​ຂອງສະມາຊິກ​ສະພາ​ແຫ່ງ​ຊາດ, ຄາດ​ວ່າ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດຈະ​ປັບປຸງ​ບາງ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ. ​ເຊິ່ງຕາມ​ການ​ຄາ​ດນະ​ເນ​ແລ້ວ, ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຈະ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/05, ​ເວ​ລາ​ດຳ​ເນີນ​ກອງ​ປະຊຸມແມ່ນ 33 ວັນ. ຜ່ານ​ການ​ປຶກສາ​ຫາລື, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ກັບ​ບັນດາ​ເນື້ອ​ໃນ​ກະ​ກຽມ​​ໃຫ້​ແກ່​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ ຕ້ອງ​ກະກຽມ​ຢ່າງລະອຽດ, ຮອບ​ຄອບ​ຖີ່​ຖ້ວນ, ຮັບປະກັນ​ໃຫ້​ກອງ​ປະຊຸມ​ປະສົບ​ຜົນ​ສະ​ເລັດ. ມີ​ບາງ​ຄຳ​ເຫັນ​ໄດ້​ເຫັນ​ດີ​ກັບ​ຂໍ້​ສະ​ເໜີຕ້ອງ​ເພີ່ມ​ວາ​ລາ​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ຈາກ 0,5 ວັນ ຂຶ້ນ​ເຖິງ 1 ວັນ ​ແລະ 1,5 ວັນ, ຍ້ອນ​ນີ້​ແມ່ນ​ຮ່າງ​ກົດໝາຍ​ສຳຄັນ, ກ່ຽວ​ຂ້ອງ​ເຖິງ​ຫຼາຍ​ຂົງ​ເຂດ, ຂະ​ແໜງ​ການ, ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​​ເຖິງຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນ; ພ້ອມ​ທັງ​ຈັດ​ວາງ​ການ​ປຶກສາ​ຫາ​ລື​ຢູ່​ຕາມ​ໜ່ວຍ​ເພື່ອ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ໄດ້​ຫຼາຍ​ກວ່າ. ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ ຫວຽນ​ຊິງ​ຮຸ່ງ ສະ​ເໜີ​ວ່າ ວຽກ​ງານກະກຽມໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຕ້ອງ​ໄດ້​ຮັບ​ການ​ກະກຽມ​​ເປັນ​ຢ່າງ​ດີ ​ແລະ ຮອບ​ຄອບ​ຖີ່​ຖ້ວນ, ຮັບປະກັນ​ໃຫ້​ແກ່​ກອງ​ປະຊຸມ​ຮັບ​ຜົນສຳ​ເລັດ​ຖືກ​ຕາມ​ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ; ​ເລື່ອງ​ສ້າງ​ລາຍການ​ຂອງ​ກອງ​ປະຊຸມ​ຕ້ອງ​ໄດ້​ຮັບ​ການ​ຄົ້ນຄວ້າ ​ມີ​ວິທະຍາສາດ ​ແລະ ​ເໝາະ​ສົມ.
ຂ່າວ/ບົດ​ອື່ນ