ວາລະປະຊຸມຄົບຄະນະຂອງບັນດາກຳມາທິການສະພາແຫ່ງຊາດກວດກາແຜນພັດທະນາເສດຖະກິດ-ສັງຄົມ


ວາລະປະຊຸມຄົບຄະນະຂອງບັນດາກຳມາທິການສະພາແຫ່ງຊາດກວດກາແຜນພັດທະນາເສດຖະກິດ-ສັງຄົມ - ảnh 1
ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 2
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 7/10, ຢູ່ ຮ່າ​ໂນ້ຍ, ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ, ກວດກາ​ບົດ​ລາຍ​ງານ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມປີ 2016 ​ແລະ ທິດ​ທາງ, ໜ້າ​ທີ່ ແຜນ​ພັດທະນາ​ເສດຖະກິດ-ສັງຄົມປີ 2017; ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ແຜນການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ ​ໄລຍະ 2016-2020. ບັນດາ​ຜູ້​ແທນ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ຜົນ​ແຫ່ງ​ການ​ປະຕິບັດ ແຜນ​ພັດທະນາ​ເສດຖະກິດ-ສັງຄົມປີ 2016 ​ແລະ ທິດ​ທາງ, ໜ້າ​ທີ່ ແຜນ​ພັດທະນາ​ເສດຖະກິດ-ສັງຄົມປີ 2017. . ກ່ຽວ​ກັບ​ມາດ​ຕະການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2017, ບັນດາ​ຜູ້​ແທນ​ສະ​ເໜີ​ຍູ້​ແຮງ​ວິວັດ​ການ​ຫັນ​ເປັນ​ຕະຫຼາດ​ສິນຄ້າ​ປະ​ເພດ​ຕ່າງໆ, ການ​ບໍລິການ​ຂອງ​ລັດ. ຢຸດຕິ​ການ​ນຳ​ໃຊ້​ມາດ​ຕະການ​ຄວບ​ຄຸມ​ທີ່​ມີ​ລັກສະນະ​ບໍລິຫານ, ພາ​ໄປ​ເຖິງ​ສະພາບ​ຂາດ​ດຸນ​ງົບປະມານ​ເພີ່ມ​ຂຶ້ນ ​ແລະ ຫຼຸດຜ່ອນ​ປະສິດທິ​ຜົນ​ການ​ບໍລິຫານ​ຂອງ​ນະ​ໂຍບາຍ​ເງິນຕາ ​ແລະ ປີ​ການ​ເງິນ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 7/10, ກຳມາ​ທິການ​ກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 2, ດ້ວຍ​ເນື້ອ​ໃນ​ຈຸດ​ສຸມ​ແມ່ນ​ພິຈາລະນາ, ປຶກສາ​ຫາລື​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການພັດທະນາ​ເສດຖະກິດ​ສັງຄົມ, ງົບປະມານ​ແຫ່ງ​ລັດ​ປີ 2016; ​ແຜນການ​ປີ 2017ທີ່​ຂຶ້ນ​ກັບ​ຂົງ​ເຂດ​ຄຸ້ມ​ຄອງ​ຂອງ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ກະຊວງ​ສາທາລະນະ​ສຸກ. ລາຍ​ງານ​ທີ່​ວາລະ​ປະຊຸມ, ຜູ້ຕາງໜ້າກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ​ໃຫ້​ຮູ້​ວ່າ: ​ໃນ 9 ​ເດືອນ​ຜ່ານ​ມາ, ບັນດາ​ໜ້າ​ທີ່​ພັດທະນາ​ຕະຫຼາດ​ແຮງ​ງານ, ສ້າງ​ວຽກ​ເຮັດ​ງານ​ທຳ, ກໍ່ສ້າງ​ວິຊາ​ຊີບ, ຍົກ​ສູງ​ຄຸນ​ນະພາ​ບຊັບພະຍາກອນ​ມະນຸດ ກໍ່​ຄື​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ການຮັບປະກັນ​ຊີວິດ​ສັງຄົມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ, ມີ​ປະສິດທິ​ຜົນ, ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2016. ​ເພື່ອ​ຫຼຸດຜ່ອນ​ອັດຕາ​ສ່ວນ​ຫວ່າງ​ງານ, ສະມາ​ຊິກ​ສະພາ​ແຫ່ງ​ຊາດ ຫງວຽນ​ກວາງຕ໋ວນ, ສະ​ເໜີ​ວ່າ:

        “ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ໃນ​ປະຈຸ​ບັນ​ຕົ້ນຕໍ​ແມ່ນ​ຕາມ​ຈຳນວນ, ມັນ​ກ່ຽວຂ້ອງ​ເຖິງ​ລາຍ​ຮັບ​ຂອງ​ບັນດາ​ຫົວໜ່ວຍ​ບຳລຸງ​ສ້າງ, ດັ່ງ​ນັ້ນ​ຜູ້​ທີ່​ຮຽນ​ຈົບ​ບໍ່​ສາມາດ​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ຂອງ​ຜູ້​ເລືອກ​ເຟັ້ນ. ນີ້​ແມ່ນ​ບັນຫາ​ທີ່​ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ພິຈາລະນາ​ຄືນ​ໃໝ່“.

 

ຂ່າວ/ບົດ​ອື່ນ