ວາລະປະຊຸມທີ 10, ຄະນະປະຈຳສະພາແຫ່ງຊາດຊຸດທີ 13: ປຶກສາຫາລືຮ່າງກົດໝາຍວ່າດ້ວຍນະຄອນຫຼວງ

ວາລະປະຊຸມທີ 10, ຄະນະປະຈຳສະພາແຫ່ງຊາດຊຸດທີ 13: ປຶກສາຫາລືຮ່າງກົດໝາຍວ່າດ້ວຍນະຄອນຫຼວງ - ảnh 1
( ພາບປະກອບ )

(vovworld) - ຕອນ​ເຊົ້າ​ວັນ​ທີ 17/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13: ປຶກສາ​ຫາລື​ຮ່າງກົດໝາຍ​ວ່າ​ດ້ວຍ​ນະຄອນຫຼວງ. ມີ​ຫຼາຍ​ຄວາມ​ເຫັນ​ຖື​ວ່າ: ການ​ເພີ່ມ​ຈຳນວນ​ພົນລະ​ເມືອງ​ຢູ່​ນະຄອນຫຼວງ​ໃນ​ປະຈຸ​ບັນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ທີ່​ກໍ່​ໃຫ້​ເກີດ​ສະພາບ​​ພົນລະ​ເມື​ອງ​ເກີນ​ລະດັບ, ​ສ້າງ​ຄວາມດັນກ່ຽວ​ກັບ​ບ່ອນຢູ່, ການ​ຄົມມະນາຄົມ, ​ເງື່ອນ​ໄຂ​ຮຳ່ຮຽນ,​ສາທາລະນະ​ສຸກ.. ຕາມ​ທ່ານ Dao Trong Thi, ຫົວໜ້າ​ກຳມາ​ທິການ​ວັດທະນະທຳ, ສຶກສາ, ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນ​ແລ້ວ, ຮ່າ​ໂນ້ຍຕ້ອງ​ຮັບ​ຄວາມດັນ​ນັບ​ມື້​ນັບ​ຫຼາຍ​ຍ້ອນ​ສະພາບ​ເພີ່ມ​ຈຳນວນ​ພົນລະ​ເມືອງ​ຢ່າງ​ວ່ອງ​ໄວ, ດັ່ງ​ນັ້ນ, ຮ່າງ​ກົດໝາຍ​ຄວນ​ນຳ​ໃຊ້​ບາງ​ມາດ​ຕະການ​ບໍລິຫານ​ຢ່າງ​ແໜ້ນ​ແຟ້ນກວ່າ​ກ່ຽວ​ກັບ​ການ​ຈົດ​ທະບຽນ​ອາ​ໄສ​ເປັນ​ປະຈຳ​ຢູ່​ນະຄອນຫຼວງ

”ຂ້າພະ​ເຈົ້າ​ສະໜັບສະໜູນ​ການ​ນຳ​ໃຊ້​ມາດ​ຕະການ​ບໍລິຫານ ຈຳນວນ​ໜຶ່ງກ່ຽວ​ກັບ​ການ​ຈົດ​ທະບຽນ​ອາ​ໄສ​ເປັນ​ປະຈຳ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍຕາມ​ທິດ​ພວກ​ເຮົາ​ເລືອກ​ເຟັ້ນກ່ຽວ​ກັບ​ເງື່ອນ​ໄຂ​ເຮືອນ​ຢູ່​ແລະ ຢູ່​ອາ​ໃສ​ຕົວ​ຈິງ​ທີ່​ມີ​ລັກສະນະ​ເປັນ​ປົກ​ກະຕິ. ​ແລະ ກໍ່​ເຫັນ​ດີ​ຢຸດຕິ​ບັນດາ​ເງື່ອນ​ໄຂທີ່​ກ່ຽວ​ຂ້ອງ​ເຖິງ​ຄຸນ​ນະພາ​ບຊຸມ​ຊົນ​ຄື​: ມີ​ຜູ້​ອອກ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ .. ”

 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ກໍ່​ເຫັນ​ດີ​ຕໍ່​ວິທີ​ການ​ເລືອກ​ເຟັ້ນຮູບ​ພາບ Khue Van Cac ​ແມ່ນ​ສັນຍາ​ລັກ​ຂອງ​ນະຄອນຫຼວງ.


ຂ່າວ/ບົດ​ອື່ນ