ວາລະປະຊຸມເທື່ອທີ 7 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14 ຈະດຳເນີນໃນລະຫວ່າງວັນທີ 20-21/02

ວາລະປະຊຸມເທື່ອທີ 7 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14 ຈະດຳເນີນໃນລະຫວ່າງວັນທີ 20-21/02 - ảnh 1
ວາລະ​ປະຊຸມ​ເທື່ອ​ທີ 6 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14
(ພາບ: quochoi.vn)

(vovworld) - ຄາດ​ຄະ​ເນ​ວ່າ ວາລະ​ປະຊຸມ​ເທື່ອ​ທີ 7 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຈະ​ດຳ​ເນີນ​​ຢູ່ ຮ່າ​ໂນ້ຍ ​ໃນ​ລະຫວ່າງ​ວັນ​ທີ 20 – 21/02. ທີ່​ວາລະ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ: ​ເລື່ອງ​ປະກາດ​ໃຊ້​ດຳລັດ​ຂອງ​ລັດຖະບານທີ່ກຳນົດ​ບາງ​ກົນ​ໄກ, ນະ​ໂຍບາຍ, ການ​ເງິນ - ງົບປະມານ​ພິ​ເສດສະ​ເພາະ​ສຳລັບ​ນະຄອນ ​ໂຮ່ຈີ​ມິນ; ຮ່າງ​ມະຕິ​ກ່ຽວກັບລະບອບ ​ແລະ ບັນດາ​ເງື່ອນ​ໄຂ​ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ; ​ເລື່ອງ​ອະນຸຍາດ​​ໃຫ້ນຳ​ໃຊ້ອັດຕາທະວີ​ຄຸນ​ພິ​ເສດສະ​ເພາະ​ທີ່​ບຸລິມະສິດ​ການຈັດ​ແບ່ງ​ທຶນ​ງົບປະມານ​ສູນ​ກາງ ​ເພື່ອ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄລຍະ​ປີ 2016 – 2020 ສຳລັບ​ບັນດ​າຕາ​ແສງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ; ກ່ຽວ​ກັບ​ບັນຊີ​ລາຍ​ຊື່​ໂຄງການ ​ແລະ ລະດັບ​ຈັດ​ແບ່ງ​ທຶນ​ລະອຽດ​ໃຫ້​ແຕ່ລະ​ໂຄງການ​ ​ໃນ​ແຜນການ​ລົງທຶນຂອງ​ລັດ​ໄລຍະ​ກາງ​ປີ 2016 – 2020.

        ກ່ຽວ​ກັບ​ວຽກ​ງານ​ປັບປຸງ​ກົດໝາຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່ ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ປັບປຸງ​ເພີ່​ມ​ເຕີ່​ມບາງ​ມາດຕາ​ຂອງ​ປະມວນ​ກົດໝາຍ​ອາຍາ ​ແລະ ຮ່າງ​ກົດ​ໝາຍວ່າ​ດ້ວຍ​ຊົນລະປະທານ.

ຕອບກັບ

ຂ່າວ/ບົດ​ອື່ນ