ວຽກງານຂົນຂວາຍປະຊາຊົນຕ້ອງແມ່ນຂົວເຊື່ອມຕໍ່ລະຫວ່າງພັກກັບປະຊາຊົນ

ວຽກງານຂົນຂວາຍປະຊາຊົນຕ້ອງແມ່ນຂົວເຊື່ອມຕໍ່ລະຫວ່າງພັກກັບປະຊາຊົນ - ảnh 1
ທ່ານ​ນາງ ຮ່າ​ທິ​ຄຽດ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ
(ພາບ: Phương Hoa/TTXVN)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 11/10, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ, ໂອ້​ລົມ​ສົນ​ທະ​ນາ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 84 ປີ​ແຫ່ງວັນ​ມູ​ນ​ເຊື້ອ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ (15/10/1930 – 15/10/2014), 15 ປີ “ແຫ່ງວັນ​ຂົນ​ຂວາຍ​ປະ​ຊາ​ຊົນ​ຂອງ​ທົ່ວ​ປະ​ເທດ” (15/10/1999 – 15/10/2014), 65 ປີ​ແຫ້ງ​ບົດ​ຂຽນ “ຂົນ​ຂວາຍ​ປະ​ຊາ​ຊົນ” ຂອງ​ປະ​ທານ​ໂຮ່​ຈີ​ມິນ (15/10/1949 – 15/10/2014). ກ່າ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາງ ຮ່າ​ທິ​ຄຽດ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ, ເນັ້ນ​ໜັກ​ວ່າ: ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ, ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ການຂົນ​ຂວາຍ​ຂັ້ນ​ຮາກ​ຖານຍິ່ງ​ກ່​ວາ​ອີກ. ພິ​ເສດ, ຕ້ອງ​ປ່ຽນ​ໃໝ່​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່, ຈາກນັ້ນ​ຊ່ວຍ​ພັກ, ພ້ອມກ​ັບ​ພັກ ເຊື່ອມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ພັກ​ ແລະ ປະ​ຊາ​ຊົນ. ຄະ​ນ​ະ​ພັກ ແລະ ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ກ່ຽວ​ກັບ​ເລື່ອງ​ປະ​ຕິ​ບັດ​ບັນ​ດາ​ຄຳ​ສັ່ງ, ມະ​ຕິ​ຂອງ​ພັກ​, ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ທົ່ວ​ລະ​ບົບ​ການ​ເມືອງ ແລະ ຂອງ​ທົ່ວ​ສັງ​ຄົມ.

 


ຂ່າວ/ບົດ​ອື່ນ