ວຽກງານປັກຫຼັກຫໝາຍຖີ່ແລະບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ-ລາວ

ວຽກງານປັກຫຼັກຫໝາຍຖີ່ແລະບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ-ລາວ - ảnh 1
(ພາບ: ເຫງະອານ)

 (vovworld)- ນີ້​ແມ່ນ​ຂໍ້​ສັງ​ເກດ ​ຂອງ​ບັນ​ດາ​ຜູ້​ແທນ ທີ່ກອງ​ປະ​ຊຸມ​ໂຄງ​ສະ​ນາ​ເຜີຍ​ແຜ່ ກ່ຽວ​ກັບໝາກ​ຜົນ​ວຽກ​ງານ​ປັກຫຼັກ​ໝາຍ​ຖີ່ ແລະ ບູ​ລະ​ນະ​ລະ​ບົບຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ​ຫວຽດ​ນາມ-ລາວ ແລະ ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ເຊິ່ງດຳ​ເນີນ​ໃນ​ຕ​ອນ​ເຊົ້​າ ​ວັນ​ທີ 4/8, ຢູ່​ນະ​ຄອນ​ວິງ, ແຂວງ​ເຫງະ​ອານ. ເສັ້ນ​ຊາຍ​ແດນ ​ຫວຽດ​ນາມ-ລາວ ມີ​ລວງ​ຍາວກວ່າ 2.300 Km, ຜ່ານ 10 ແຂວງ​ ຂອງ​ຫວຽດ​ນາມ. ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ແລະ ລາວ ໄດ້ແບ່ງ​ປັນ​ຢ່າງ​ຈະ​ແຈ້ງ​ເສັ້ນ​ທາງ​ຊາຍ​ແດນ ​ທັງ​ໝົດ​ຢູ່​ໃນພູ​ມິ​ປະ​ເທດຕົວ​ຈິງ, ຂີດ​ໝາຍ​ທີ່​ຕັ້ງ​ເສັ້ນ​​ຊາຍ​ແດນ ​ດ້ວຍ​ລະ​ບົບຫຼັກ​ໝາຍ ລວມ​ມີ 834 ຫຼັກ​ໝາຍ​ ແລະ 168 ຫຼ​ັກ​ທີ່​ເປັນ​ຂີດ​ໝາຍ​ຊາຍ​ແດນ. ເລື່ອງ​ສຳ​ເລັດ​ແຜນ​​ການປັກຫຼັກ​ໝາຍ​​ຖີ່ ແລະ ບູ​ລະ​ນະລະ​ບົບຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ໄດ້​ນຳ​ມາ​ເຊິ່ງ​​ໂສມ​ໜ້າ​ໃໝ່ ໃຫ້​ແກ່​ເສັ້ນ​ຊາຍ​ແດນ​  ສ​ອງ​ປະ​ເທດ. ສອງ​ປະ​ເທດ​ໄດ້​ມີລະ​ບົບ​ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ ​ໃຫຍ່​ໂຕ​ສວຍ​ງາມ​, ທັນ​ສະ​ໄໝ, ໝັ້ນ​ຄົງ, ສ້າງ​ຄວາມ​ສະ​ດວກ ​ໃຫ້​ແກ່​ວຽກ​ງານ​ຄຸ້ມ​ຄອງ​ຊາຍ​ແດນ. ສອງ​ຝ່າຍກໍ່​ໄດ້​ສົມ​ທົບ​ກັນ ​ຈັດ​ຕັ້ງ​ການ​​ລາດ​ຕະ​ເວນ ​ສອງ​ຝ່າຍ, ປະ​ຊຸມມອບໝາຍ​ໜ້າ​ທີ່​ໃຫ້​ທຸກ​ຂັ້ນ​ຕາມ​ທິດ​ເພີ່​ມ​ທະ​ວີສັດ​ສ່ວນ, ຍົກ​ສູງ​ປະ​ສິດ​ທິ​ຜົນ, ສົມ​ທົບ​ກັນ​ຕໍ່​ສູ້ເຮັດ​ໃຫ້​ບັນ​ດາ​ກົນ​ອຸ​ບາຍ, ເລ່ຫຼ່ຽມ ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງ​​ທີ່​ເປັນ​ປໍ​ລະ​ປັກ​ປະ​ລາ​ໄຊ ແລະ ຕໍ່​ຕ້ານ​ບັນ​ດາ​​ອາດ​ສະ​ຍາ​ກຳ​ຂ້າມ​ຊາຍ​ແດນ; ຍູ້​ແຮງ​ການ​ຮ່ວມ​ມືພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ-ສັງ​ຄົມ, ເປັນ​ຕົ້​ນ​ແມ່ນ​ບັນ​ດາ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ, ລະ​ບົບ​ດ່ານຊາຍ​ແດ​ນ ຢູ່ ​ທ້ອງ​ຖິ່ນ​ລຽບ​ຕາມຊາຍ​ແດນ.

ຂ່າວ/ບົດ​ອື່ນ