ວຽກງານແຂ່ງຂັນ, ຍ້ອງຍໍຕ້ອງມຸ່ງໄປເຖິງປະຊາຊົນ, ຮາກຖານ

(VOVWORLD) -ວຽກງານແຂ່ງຂັນ, ຍ້ອງຍໍຕ້ອງມຸ່ງໄປເຖິງປະຊາຊົນ, ຮາກຖານ, ນີ້ແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານສະພາແຂ່ງຂັນ - ຍ້ອງຍໍສູນກາງ, ທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2018 ຂອງສະພາ
ວຽກງານແຂ່ງຂັນ, ຍ້ອງຍໍຕ້ອງມຸ່ງໄປເຖິງປະຊາຊົນ, ຮາກຖານ - ảnh 1 (ວຽກງານແຂ່ງຂັນ, ຍ້ອງຍໍຕ້ອງມຸ່ງໄປເຖິງປະຊາຊົນ, ຮາກຖານ)

ຖືກດຳເນີນໃນຕອນເຊົ້າວັນທີ 18 ມັງກອນ ຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ.

        “ຂ້າພະເຈົ້າສະເໜີໃຫ້ບັນດາອົງການສື່ມວນຊົນ ສະຫງວນເວລາຫຼາຍກວ່າ ເພື່ອແນະນຳ, ໂຄສະນາ, ຍ້ອງຍໍ, ເຊີດຊູບັນດາແບບຢ່າງດີເດັ່ນ, ແບບຢ່າງວຽກດີຄົນເດັ່ນ, ບາງບຸກຄົນທີ່ຮັກສາໄດ້ຜົນງານ, ບັນດາແບບຢ່າງດີນເດັ່ນໃນສັງຄົມ. ຕົວຢ່າງຄື, ສະມາຄົມນັກຮົບເກົ່າມີແບບຢ່າງເປັນນັກທຸລະກິດດີເດັ່ນຫຼາຍຄົນ, ເຂົາເຈົ້າປະຕິບັດເປັນຢ່າງດີ, ຍາມໃດກໍ່ສະແດງໃຫ້ເຫັນຈິດໃຈກະຕືລືລົ້ນປະຕິວັດ. ບັນດາສິ່ງດັ່ງກ່າວນັ້ນ, ຂ້າພະເຈົ້າຄິດວ່າຕ້ອງປຸກລຸກໃນສື່ມວນຊົນ, ໃນໝູ່ປະຊາຊົນ”.

ຕອບກັບ

ຂ່າວ/ບົດ​ອື່ນ