ສ. ເກົາຫຼີ ປະກາດລາຍລະອຽດແຜນການພົບປະສຸດຍອດກັບ ສປປ ເກົາຫຼີ

(VOVWORLD) - ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ແລະ ການນຳ ສປປ ເກົາຫຼີ ຈະພົບປະກັນຢູ່ເສັ້ນທາງກຳນົດເສັ້ນຊາຍແດນການທະຫານຢູ່ໝູ່ບ້ານຢຸດຮົບ Panmunjom.

ວັນທີ 26 ເມສາ, ທຳນຽບປະທານາທິບໍດີ ສ ເກົາຫຼີ ໃຫ້ຮູ້ວ່າ: ການນຳ ສ ເກົາຫຼີ ແລະ ສປປ ເກົາຫຼີ ຈະເລີ່ມດຳເນີນການພົບປະສຸດຍອດປະຫວັດສາດລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ໃນເວລາ 9ໂມງ 30 ນາທີ (ຕາມເວລາທ້ອງຖິ່ນ, ກົງກັບ 7ໂມງ30 ນາທີ ຕາມເວລາ ຫວຽດນາມ) ຂອງວັນທີ 27 ເມສາ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Im Jong – seok, ຫົວໜ້າຫ້ອງວ່າການທຳນຽບປະທານາທິບໍດີ ສ ເກົາຫຼີ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ແລະ ການນຳ ສປປ ເກົາຫຼີ ຈະພົບປະກັນຢູ່ເສັ້ນທາງກຳນົດເສັ້ນຊາຍແດນການທະຫານຢູ່ໝູ່ບ້ານຢຸດຮົບ Panmunjom.

        ແລະກໍ່ໃນວັນດຽວກັນ, ທ່ານນາງ Sarah Sanders, ໂຄສົກທຳນຽບຂາວ ຢັ້ງຢືນວ່າ: ສປປ ເກົາຫຼີ “ພວມໄປຖືກທິດ” ໃນບັນຫາປອດນິວເຄຼຍໃນແຫຼມ ເກົາຫຼີ.

        ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ ຈະສືບຕໍ່ຮ່ວມມືກັບປະຊາຄົມໂລກ, ພິເສດແມ່ນ ອາເມລິກາ ແລະ ສ. ເກົາຫຼີ, ເພື່ອຮັກສາຄວາມກົດດັນຕໍ່ ສປປ ເກົາຫຼີ ເພື່ອແນໃສ່ບັງຄັບໃຫ້ປະເທດນີ້ຕ້ອງມີການກະທຳລະອຽດສຳລັບໂຄງການພັດທະນາລູກສອນໄຟ - ນິວເຄຼຍ ແລະ ບັນຫາຕົວປະກັນຊາວ ຍີ່ປຸ່ນ ທີ່ຖືກ ສປປ ເກົາຫຼີ ຈັບຕົວໃນຫຼາຍປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ