ສູ້ຊົນສຳເລັດວຽກງານ ອອກໃບຢັ້ງຢືນສິດ ນຳໃຊ້ທີ່ດິນ

ສູ້ຊົນສຳເລັດວຽກງານ ອອກໃບຢັ້ງຢືນສິດ ນຳໃຊ້ທີ່ດິນ - ảnh 1
(ພາບປະກອບ)

(vovworld) - ສູ້​ຊົນ​ສຳ​ເລັດ​ວຽກ​ງານ​ອອກໃບ​ຢັ້ງຢືນສິດ​ນຳ​ໃຊ້​ທີ່​ດິນ, ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ຫງວຽນ​ມິ​ງກວາງ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍວຽກ​ງານອອກ​ໃບ​ຢັ້ງຢືນສິດ​ນຳ​ໃຊ້​ທີ່​ດິນຄັ້ງ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ, ຕາມ​ຈິດ​ໃຈ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ. ​ເຊິ່ງຕາມ​ນັ້ນ​ແລ້ວ, ວຽກ​ງານ​ນີ້​ຈະ​ໄດ້​ຮັບ​ການ​ສ້າງສຳ​ເລັດ​ໃນ​ປີ 2013 ​ໂດຍ​ພື້ນຖານ. ທ່ານ​ລັດຖະມົນຕີ ຫງວຽນ​ມິງກວາງ ​ໃຫ້​ຮູ້​ວ່າ ພາຍຫຼັງ​ສຳ​ເລັດ​ການອອກ​ໃບ​ຢັ້ງຢືນສິດ​ນຳ​ໃຊ້​ທີ່​ດິນ​ເປັນ​ຄັ້ງ​ທຳ​ອິດ, ກະຊວງ​ຈະ​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ ກະກຽມ​ບັນດາ​ເງື່ອນ​ໄຂ​ເພື່ອ​ສ້າງ​ພື້ນຖານ​ດ້ານ​ຂໍ້​ມູນ​ກ່ຽວ​ກັບ​ທີ່​ດິນ​ຂອງ​ທ້ອງ​ຖິ່ນ​ຕ່າງໆ ​ແລະ ທົ່ວ​ປະ​ເທດ, ນຳ​ເຂົ້າ​ຂຸດ​ຄົ້ນ, ຄຸ້ມ​ຄອງ​ຢ່າງ​ມີ​ໄຫວ​ພິບ​ກວ່າ. ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້, ​ໃນ​ທົ່ວ​ປະ​ເທດ​ໄດ້​ມີ 39 ​ແຂວງ, ນະຄອນ​ສຳ​ເລັດ​ການອອກ​ໃບ​ຢັ້ງຢືນສິດ​ນຳ​ໃຊ້​ທີ່​ດິນ​ໂດ​ຍພື້ນຖານ​ແລ້ວ, ບັນລຸກ​ວ່າ 85% ຍອດ​ເນື້ອ​ທີ່​ດິນປະ​ເພດ​ຕ່າງໆຕ້ອງການ​ຮັບ​ໃບ​ຢັ້ງຢືນ. ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ທ່ອງ​ຖິ່ນ​ຕ່າງໆ ຕ້ອງ​ຕັ້ງໜ້າ​ກວ່າ​ອີກ ​ເພື່ອ​ປະກອບ​ສ່ວນ​ສຳ​ເລັດ​ໜ້າ​ທີ່​ເຊິ່ງລັດຖະບານ, ສະພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ​ກ່ຽວ​ກັບ​ການອອກ​ໃບ​ຢັ້ງຢືນສິດ​ນຳ​ໃຊ້​ທີ່​ດິນ​ໃນ​ປີ 2013​.

ຂ່າວ/ບົດ​ອື່ນ