ສູ້ຊົນໃຫ້ວົງເງິນການຄ້າຫວຽດນາມ-ອິນໂດເນເຊຍ ບັນລຸ 5 ຕື້ USD ໃນປີ 2012

ສູ້ຊົນໃຫ້ວົງເງິນການຄ້າຫວຽດນາມ-ອິນໂດເນເຊຍ ບັນລຸ 5 ຕື້ USD ໃນປີ 2012 - ảnh 1
ພາບປະກອບ

 ( vovworld ) –ນັກ​ຂ່າວຂ່າວສານ​ຫວຽດນາມ ປະຈຳ​​ອິນ​ໂດ​ເນ​ເຊຍ ໃຫ້​ຂ່າວ​ວ່າ,  ວົງ​ເງິນ​ການ​ຄ້າ​ຫວຽດນາມ-ອິນ​ໂດ​ເນ​ເຊຍ ມີ​ແງ່​ຫວັງ​ຈະບັນລຸລະດັບ 5 ຕື້ USD ​ໃນ​ປີ 2012 ນີ້. ກ່ອນການ​ກຳນົດ​ເວລາຄື​ປີ 2015 ​ໂດຍ​ລັດຖະບານ​ສອງ​ປະ​ເທດ​ໄດ້​ວາງ​ອອກ​ໃນ​ການ​ຢ້ຽມຢາມອິນ​ໂດ​ເນ​ເຊຍ ​ເມື່ອ​ທ້າຍ​ປີ 2011 ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ. ​ໃນ​ການ​ຢ້ຽມຢາມ​ດັ່ງກ່າວ, ການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເ​ພີ່​ມທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ​ສອງ​ຝ່າຍ, ດ້ວຍ​ຈຸດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນຂຶ້ນ​ເຖິງ5 ຕື້ USD ​ໃນ​ປີ 2015. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ປີ 2011, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນຫວຽດນາມ-ອິນ​ໂດ​ເນ​ເຊຍ ບັນລຸ​ໄດ້ 4,5 ຕື້ USD ​ແລ້ວ. ​ໃນ​ເດືອນ 1/2012, ການ​ສົ່ງ​ອອກ​ຂອງຫວຽດນາມ ​ໄປຍັງອິນ​ໂດ​ເນ​ເຊຍ ບັນລຸ ກ່ວາ 197 USD ​ໃນ​ຂະນະ​ທີ່​ການ​ນຳ​ເຂົ້າຈາກອິນ​ໂດ​ເນ​ເຊຍ  ບັນລຸ​ກວ່າ 161 USD. ດ້ວຍ​ບັນດາ​ຕົວ​ເລກວົງ​ເງິນ​ການ​ຄ້າສອງ​ສົ້ນອັນຕັ້ງໜ້າ​ຄື​ດັ່ງກ່າວ, ພອ້ມກັບ​ແຜນການ​ຈະ​ສົ່ງ​ອອກສິນຄ້າ​ຂອງຫວຽດນາມ ​ໄປຍັງອິນ​ໂດ​ເນ​ເຊຍ​ ໃນ​ປີ 2012 ດ້ວຍ​ມູນ​ຄ່າ 2,7 ຕື້ USD ນັ້ນ, ສອງ​ປະ​ເທດ​ຈະ​ບັນລຸ​ຈຸດໝາຍ 5 ຕື້ USD ກ່ອນ​ການ​ກຳນົດ​ເວລາ​ປີ 2015, ຊ້ຳບໍ​ໜຳ ອາດ​ຈະ​ບັນລຸ​ໄດ້​ໃນ​ປີ 2012 ນີ້.

ຂ່າວ/ບົດ​ອື່ນ