ສິນຄ້າ500ໂຕນຮັບໃຊ້ບຸນປີໃໝ່ປະຈຳຊາດປີລະກາໃຫ້ເມືອງເກາະເຈື່ອງຊາ

ສິນຄ້າ500ໂຕນຮັບໃຊ້ບຸນປີໃໝ່ປະຈຳຊາດປີລະກາໃຫ້ເມືອງເກາະເຈື່ອງຊາ - ảnh 1
(ສິນຄ້າ500ໂຕນຮັບໃຊ້ບຸນປີໃໝ່ປະຈຳຊາດ
ປີລະກາໃຫ້ເມືອງເກາະເຈື່ອງຊາ)


(vovworld) - ​ວັນ​ທີ 20/12,  ກ່ຳ​ປັ່ນ 3 ລຳ​ຈະ​ເລີ່ມ​ເດີນ​ທາງ​ຈາກ​ທ່າ​ກ່ຳ​ປັ່ນ ກາມ​ແຮງ, ນຳ​ຄະ​ນະ​ປະ​ຕິ​ບັດ​ງານ​ບັນ​ດາ​ຄະ​ນະ, ຂະ​ແໜງການ ໄປ​ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ເມືອງ​ເກາະ​ເຈື່ອງ​ຊາ, ແຂວງ ແຄ໋ງ​ຮ່​ວາ​. ບັນ​ດາ​ຄະ​ນະ​ປະ​ຕິ​ບັດ​ງານ​ກໍ​ສົ່ງ​ສິນ​ຄ້າ​ເກືອບ 500 ໂຕນ ເຊິ່ງ​ແມ່ນ​ເຄື່ອງ​ຮັບ​ໃຊ້ບຸນ​ປີ​ໃໝ່ ຄື: ຊີ້ນ​ຊະ​ນິດ​ຕ່າງໆ​, ໃບ​ຕອງ, ເຂົ້າ​ໜົມ... ເຖິງ​ບັນ​ດາ​ເມືອງ​ເກາະ. ທ່ານ ບຸ່ຍ​ດິ່ງ​ເຢືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນເມືອງ​ເຈື່ອງ​ຊາ, ແຂ​ວງ​ແຄ໋ງ​ຮ່​ວາ ໃຫ້​ຮູ້​ວ່າ.

        “ສຳ​ລັບ​ທະ​ຫານ ແລະ ປະ​ຊາ​ຊົນ​ເມືອງ​ເກາະ​ເຈື່ອງ​ຊາ ພວກ​ເຮົາ, ເມື່ອ​ໄດ້​ຮັບ​ບັນ​ດາ​ສິນ​ຄ້າ​ດັ່ງ​ກ​່າວ ພວກ​ເຮົາ​ຕ້ອງ​ມີ​ໜ້າ​ທີ່​ຂົນ​ສົ່ງ​ເຖິງ​ຜູ້​ໃຊ້​ສອຍ. ທະ​ຫານ ແລະ ປະ​ຊາ​ຊົນ​ເມືອງ​ເກາະ​ເຈື່ອງ​ຊາ ພວກ​ຂ້າ​ພະ​ເຈົ້າ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ເຂດ​ດິນ​ຕໍ່​ແຜ່ນ​ວ່າ, ເຖິງ​ວ່າ​ຈ​ະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ລ​ຳ​ບາກຄື​ແນວ​​ໃດກໍ​ຈະ​ຮຽ​ງ​ບ່າ​ຮຽງ​ໄຫຼ່​ກັນເພື່ອ​ປົກ​ປັກ​ຮັກ​ສາ​ເຂດ​ດິ​ນ​ແດນ​ທີ່​ສັກ​ກະ​ລະ​ບູ​ຊ​າຂອງ​ປະ​ເທດ​ຊາດ ເຊິ່ງ​ປະ​ຊາ​ຊົນ​ໄດ້​ມອບ​ໝາຍ​ໃຫ້”.

ຂ່າວ/ບົດ​ອື່ນ