ສິນຄ້າ​ສົ່ງ​ອອກ-ນຳເຂົ້າຜ່ານທາງທະເລຂອງ ຫວຽດນາມ ໄປຍັງ ອາເມລິກາ ຢືນອັນດັບທີ 2 ຢູ່ ອາຊີ

(VOVWORLD) -ປະຈຸບັນ, ຫວຽດນາມ ແມ່ນ 1 ໃນຈຳນວນ 3 ປະເທດມີເສັ້ນທາງຂົນສົ່ງໃຫຍ່ສຸດຢູ່ພາກພື້ນ.
ສິນຄ້າ​ສົ່ງ​ອອກ-ນຳເຂົ້າຜ່ານທາງທະເລຂອງ ຫວຽດນາມ ໄປຍັງ ອາເມລິກາ ຢືນອັນດັບທີ 2 ຢູ່ ອາຊີ - ảnh 1(ພາບປະກອບ: baogiaothong.vn)

        ຕາມການສະຖິຕິຫຼ້າສຸດຂອງສະມາຄົມວິສາຫະກິດ ອາເມລິກາ (AmCham) ໃຫ້ຮູ້ວ່າ, ປະລິມານສິນຄ້າສົ່ງອອກ - ນຳເຂົ້າຜ່ານທາງທະເລຂອງ ຫວຽດນາມ ໄປຍັງຕະຫຼາດ ອາເມລິກາ ຢືນອັນດັບທີ 2 ຢູ່ພາກພື້ນ ອາຊີ.

        ຕາມຜູ້ຕາງໜ້າກົມເດີນທະເລ (ກະຊວງຄົມມະນາຄົມ - ຂົນສົ່ງ ຫວຽດນາມ) ແລ້ວ, ເພື່ອບັນລຸໄດ້ຜົນງານດັ່ງກ່າວແມ່ນຍ້ອນໃນໄລຍະຜ່ານມາ, ລະບົບພື້ນຖານໂຄງລ່າງທ່າກ່ຳປັ່ນຂອງ ຫວຽດນາມ ນັບມື້ນັບພັດທະນາດ້ວຍຂອບຂະໜາດທັນສະໄໝ, ປະກອບສ່ວນຍົກສູງຄຸນນະພາບການບໍລິການ ແລະ ກຳລັງແກ່ງແຍ້ງເມື່ອທຽບໃສ່ບັນດາປະເທດອື່ນຢູ່ພາກພື້ນ. ມີນັກລົງທຶນຫຼາຍຄົນໄດ້ຂຸດຄົ້ນທ່າກ່ຳປັ່ນຢ່າງເປັນມືອາຊີບ ແລະ ບັນດາບໍລິສັດກ່ຳປັ່ນໃຫຍ່ຂອງໂລກເຂົ້າຮ່ວມການລົງທຶນ ກໍ່ສ້າງ ແລະ ຂຸດຄົ້ນທ່າກ່ຳປັ່ນຢູ່ ຫວຽດນາມ, ບັນດາທ່າກ່ຳປັ່ນນີ້ລ້ວນແຕ່ຢູ່ແຂວງ ບ່າເຣຍ - ວູງເຕົາ.

        ປະຈຸບັນ, ຫວຽດນາມ ແມ່ນ 1 ໃນຈຳນວນ 3 ປະເທດມີເສັ້ນທາງຂົນສົ່ງໃຫຍ່ສຸດຢູ່ພາກພື້ນ. ກຳລັງຄວາມສາມາດຂອງທ່າກ່ຳປັ່ນ ຫວຽດນາມ ໃນປະຈຸບັນແມ່ນປະຖົມປັດໃຈເພື່ອໃຫ້ບັນດາບໍລິສັດກ່ຳປັ່ນໃຫຍ່ນຳໃຊ້ທ່າກ່ຳປັ່ນຂອງ ຫວຽດນາມ ເປັນຕ່ອງໂສ້ສຳຄັນໃນລະບົບເດີນທະເລທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ