ສິນ​ຄ້າ​ຫວຽດ​ນາມ​ສົ່ງ​ອອກ​ໄປ​ຍັງ ອົດ​ສະ​ຕ​ລາ​ເພີ່ມ​ຂຶ້ນ​ຢ່າງ​ແຮງ

(VOVWORLD) -ນັບແຕ່ຕົ້ນປີ 2021 ມາຮອດ ວັນທີ 15 ກຸມພາ, ຍອດວົງເງິນສົ່ງອອກຫວຽດນາມ ບັນລຸໄດ້ 38,46 ຕື້ USD, ເພີ່ມຂຶ້ນ 37% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ສິນ​ຄ້າ​ຫວຽດ​ນາມ​ສົ່ງ​ອອກ​ໄປ​ຍັງ ອົດ​ສະ​ຕ​ລາ​ເພີ່ມ​ຂຶ້ນ​ຢ່າງ​ແຮງ - ảnh 1ພາບປະກອບ: vov.vn

ຕາມຕົວເລກສະຖິຕິປະກາດໃນມໍ່ໆມານີ້ໃຫ້ເຫັນວ່າ ສິນຄ້າຫວຽດນາມ ສົ່ງອອກໄປຍັງ ອົດສະຕາລີ ພວມມີການເຕີບໂຕຢ່າງແຮງ. ຂໍ້ມູນຈາກອົງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ ໃຫ້ຮູ້ວ່າ ໃນເດືອນ ມັງກອນ 2021 ການສົ່ງອອກຂອງຫວຽດນາມ ໄປຍັງ ອົດສະຕາລີບັນລຸການເຕີບໂຕກ່ວາ 62% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ວົງເງິນສອງສົ້ນລະຫວ່າງ ຫວຽດນາມ ແລະ ອົດສະຕາລີໃນເດືອນ ກຸມພາ 2021 ຄາດວ່າບັນລຸເກືອບ 873 ລ້ານ USD, ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ ກາຍນີ້.

ກົມໃຫຍ່ພາສີຫວຽດນາມ ຫາກໍ່ໃຫ້ຮູ້ວ່າ ຕົ້ນເດືອນກຸມພາ 2021, ວົງເງິນສົ່ງອອກຂອງຫວຽດນາມບັນລຸ 9,94 ຕື້ USD, ເພີ່ມຂຶ້ນເກືອບ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ນັບແຕ່ຕົ້ນປີ 2021 ມາຮອດ ວັນທີ 15 ກຸມພາ, ຍອດວົງເງິນສົ່ງອອກຫວຽດນາມ ບັນລຸໄດ້ 38,46 ຕື້ USD, ເພີ່ມຂຶ້ນ 37% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ