ສັນຍາ EVFTA ຊ່ວຍຊຸກຍູ້ການພົວພັນດ້ານການຄ້າ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອີຕາລີ

(VOVWORLD) -  EVFTA ຈະສ້າງກຳລັງໜູນຢ່າງແຮງ, ຊຸກຍູ້ການລົງທຶນ ແລະ ສ້າງບັນດາກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ອີຕາລີ, ເປັນຕົ້ນແມ່ນໃນຂົງເຂດ ເຊິ່ງ ອີຕາລີ ມີທ່າແຮງ.
ສັນຍາ EVFTA ຊ່ວຍຊຸກຍູ້ການພົວພັນດ້ານການຄ້າ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອີຕາລີ - ảnh 1ທີ່ກອງປະຊຸມສຳມະນາ (ພາບ: TTXVN)

“ຈາກ Tiber ຮອດ ແມ່ຂອງ. ກາລະໂອກາດໃຫ້ ອີຕາລີ ແລະ ຫວຽດນາມ. ສິ່ງໃດຈະປ່ຽນແປງພາຍຫລັງສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພາບ ເອີຣົບ (EVFTA)”. ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍວາລະສານທົ່ວໂລກ (Scenari Internazionali) ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອີຕາລີ, ສະຖານກົງສູງກິດຕິມະສັກ ຫວຽດນາມ ປະຈຳ ຕູຣິນ, ຫ້ອງການການຄ້າ ອີຕາລີ - ຫວຽດນາມ ຈັດຕັ້ງໃນໄລຍະມໍ່ໆມານີ້ ຢູ່ນະຄອນ Perugia, ພາກກາງ ອີຕາລີ.

        ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາລ້ວນແຕ່ສຸມໃສ່ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດການຮ່ວມມືລົງທຶນດຳເນີນທຸລະກິດລະຫວ່າງບັນດາວິສາຫະກິດ ອີຕາລີ ແລະ ຫວຽດນາມ ພາຍຫລັງ EVFTA ມີຜົນສັກສິດ. ບັນດາຜູ້ແທນໃຫ້ຂໍ້ສັງເກດວ່າ EVFTA ຈະສ້າງກຳລັງໜູນຢ່າງແຮງ, ຊຸກຍູ້ການລົງທຶນ ແລະ ສ້າງບັນດາກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ອີຕາລີ, ເປັນຕົ້ນແມ່ນໃນຂົງເຂດ ເຊິ່ງ ອີຕາລີ ມີທ່າແຮງ. ໄປຄຽງຄູ່ກັນນັ້ນ, ສັນຍານຕັ້ງໜ້າຈາກສັນຍາ ກໍ່ຈະຊ່ວຍຊຸກຍູ້ການພົວພັນເສດຖະກິດ, ການຄ້າ 2 ຝ່າຍລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ