ສັນຍາການຄ້າເສລີລະຫວ່າງພັນທະມິດເສດຖະກິດອາຊີ- ເອີລົບ ແລະ ຫວຽດນາມ

(VOVWORLD) -ວັນທີ 5 ຕຸລາ, ຢູ່ ຮ່າໂນ້ຍ, ເອກອັກຄະລັດຖະທູດບັນດາປະເທດສະມາຊິກ ພັນທະມິດເສດຖະກິດ ອາຊີ - ເອີລົບ ຢູ່ ຫວຽດນາມ ຊື່ງລວມມີ: ລັດເຊຍ, ເບລາຣຸດ, ກາຢັກສະຖານ, ອາກເມນີ ໄດ້ຈັດຕັ້ງການປະຊຸມຂ່າວ, ບັນດາທ່ານເອກອັກຄະລັດຖະທູດ ລ້ວນແຕ່ຮັບຮູ້ໝາກຜົນຕັ້ງຫນ້າພາຍຫລັງເລີ່ມປະຕິບັດສັນຍາການຄ້ານີ້.

ສັນຍາການຄ້າເສລີລະຫວ່າງພັນທະມິດເສດຖະກິດອາຊີ- ເອີລົບ ແລະ ຫວຽດນາມ - ảnh 1ບັນດາຜູ້ແທນເຂົ້າຮ່ວມການປະຊຸມຂ່າວ

ພາບ:hongnhung

ທ່ານນາງ Raisa Gareginovna Vardanyan  ເອກອັກຄະລັດຖະທູດ ອາກເມນີ ຖືວ່າ:

“ບັນດາດັດຊະນີເຕີບໂຕຂອງບັນດາພາກສ່ວນນຳເຂົ້າສົ່ງອອກນັບແຕ່ຕົ້ນປີມາຮອດປະຈຸບັນ ໄດ້ສະແດງໃຫ້ເຫັນການເຄື່ອນໄຫວຢ່າງມີປະສິດທິຜົນຂອງເຂດການຄ້າເສລີກັບຫວຽດນາມ. ສັນຍາການຄ້າເສລີກັບຫວຽດນາມ ຍັງແມ່ນບາດກ້າວສຳຄັນຕາມທິດກ້າວໄປເຖິງການພົວພັນຄູ່ຮ່ວມມືດ້ານການຄ້າຢູ່ພາກພື້ນກວ້າງກວ່າ ຜ່ານພັນທະມິດເສດຖະກິດ ອາຊີ ເອີລົບ, ອົງການຮ່ວມມື ຊຽງໄຮ່, ອາຊຽນ ແລະ ສະຫະພາບເອີລົບ ກໍຄື ບັນດາໂຄງການ ເຫນືອ ໃຕ້ ແລະ ແລວເສດຖະກິດຂອງເສັ້ນທາງສາຍໄຫມ.

ຕອບກັບ

ຂ່າວ/ບົດ​ອື່ນ