ສັນຍາການຄ້າເສລີຫວຽດນາມ-EU:ສິ່ງທ້າທາຍແລະມາດຕະການແກ້ໄຂ

ສັນຍາການຄ້າເສລີຫວຽດນາມ-EU:ສິ່ງທ້າທາຍແລະມາດຕະການແກ້ໄຂ - ảnh 1
(ພາບປະກອບ)

(vovworld) – ການ​ໂອ້​ລົ​ມສົນທະນາ​ດ້ວຍ​ຫົວ​ຂໍ້​ວ່າ “ບັນດາ​ສິ່ງ​ທ້າ​ທາຍ ​ແລະ ມາດ​ຕະການ​ແກ້​ໄຂ​ໃນ​ວິວັດ​ທະ​ນາ​ການ​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສະຫະພາບ​ເອີ​ລົບ”, ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ​ 05/12, ຢູ່​ຮ່າ​ໂນ້ຍ. ການ​ໂອ້​ລົມ​ສົນທະນາ​ເພື່ອ​ແນ​ໃສ່​ແລກປ່ຽນ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - EU ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ສັນຍາ​ການ​ຄ້າ​ເສລີ​​ ​ຫວຽດນາມ - EU ພວມ​ຢູ່​ໃນ​ໄລຍະ​ປັບປຸງ, ຄາດ​ວ່າຈະ​ສຳ​ເລັດ​ໃນ​ຕົ້ນ​ປີ 2015. ​ບັນດາຜູ້​ແທນ​ຖື​ວ່າ, ບັນດາ​ສິ່ງ​ທ້າ​ທາຍ​ທີ່ພວມ​ວາງ​ອອກ​​ໃນ​ວິວັດ​ທະ​ນາ​ການ​ເຊັນ​ສັນຍາ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ. ທ່ານ ຫວໍ​ຈິ​ແທ່ງ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ການຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ໃຫ້​ຮູ້​ວ່າ.

  “ສຳລັບ​ລັດຖະບານ, ບໍ່​ພຽງ​ແຕ່​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ເທົ່າ​ນັ້ນ ຫາກ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ຫວຽດນາມ ຕ້ອງຕິດ​ພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື, ຕະຫຼາດ​ໃຫຍ່​ຂອງ​ຫວຽດນາມ ​ບັນລຸຜົນ​ປະ​ໂຫຍ​ດສູງ​ສຸດ​ອີກ. ສຳລັບ​ວິ​ສາ​ຫະກິດ, ຕ້ອງ​ຄິດ​ໄລ່ຄວາ​ມະ​ສດວກ, ​ຄວາມ​ສ່ຽງ, ກຳລັງ​ແກ່ງ​ແຍ່ງ​, ​ຈາກ​ນັ້ນ​ຍົກ​ສູງ​ມູນ​ຄ່າ​ເພີ​ມ. ລະຫວ່າງ​ຫວຽດນາມ ​ແລະ EU ​ໄດ້​ມີ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ (PCA). ວິ​ສາ​ຫະກິດ​ບໍ່​ພຽງ​ແຕ່​ຄິດ​ເຖິງ​ການ​ຊອກ​ຫາ​ຕະຫຼາດ, ​ຫາ​ກຳ​​ໄລ​ເທົ່າ​ນັ້ນ ຫາກ​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ຍົກ​ສູງ​ກຳລັງ​ຄວາມ​ສາມາ​ດອີກ​ດ້ວຍ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ”.

ຂ່າວ/ບົດ​ອື່ນ