ສັນຍານຕັ້ງໜ້າຈາກບັນດາໂຄງການຊື້-ຂາຍໄຟຟ້າຫຼາຍຝ່າຍທຳອິດໃນອາຊຽນ

(VOVWORLD) -ໂຄງການດັ່ງກ່າວຈະສ້າງເປັນຂີດໝາຍທີ່ດີໃຫ້ແກ່ຕະຫຼາດຊື້-ຂາຍໄຟຟ້າລະຫວ່າງບັນດາປະເທດ ອາຊຽນ ໃນອະນາຄົດ.

        ໂຄງການຊື້-ຂາຍໄຟຟ້າລະຫວ່າງ ລາວ ແລະ ສິງກະໂປ ແມ່ນສ່ວນໜຶ່ງຂອງໂຄງການສະສົມ, ພະລັງງານໄຟຟ້າຢ່າງກວ້າງຂວາງກວ່າ ດ້ວຍການເຂົ້າຮ່ວມຂອງ 4 ປະເທດ ລາວ - ໄທ - ມາເລເຊຍ - ສິງກະໂປ (ໂຄງການ LTMS-PIP) ເຊິ່ງລັດຖະບານບັນດາປະເທດ ອາຊຽນ ຮັບຮອງເອົາຢ່າງເປັນທາງການ ໃນວິໄສທັດ ອາຊຽນ 2020. ດ້ວຍເລື່ອງໂຄງການເປີດແງ່ຫວັງໃຫ້ແກ່ການເຊື່ອມຕໍ່ເຄືອຂ່າຍໄຟຟ້າລວມຂອງ 10 ປະເທດ ອາຊຽນ ໃຫ້ປະກົດຜົນເປັນຈິງ. ໂຄງການດັ່ງກ່າວຈະສ້າງເປັນຂີດໝາຍທີ່ດີໃຫ້ແກ່ຕະຫຼາດຊື້-ຂາຍໄຟຟ້າລະຫວ່າງບັນດາປະເທດ ອາຊຽນ ໃນອະນາຄົດ. ຜົນສຳເລັດຂອງໂຄງການບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ບັນດາປະເທດທີ່ເຂົ້າຮ່ວມເທົ່ານັ້ນ, ຫາກຍັງຊ່ວຍເປີດແງ່ຫວັງໃຫ້ແກ່ການຊຸກຍູ້ເລື່ອງສ້າງລະບົບເຄືອຂ່າຍໄຟຟ້າ ອາຊຽນ, ສິ່ງທີ່ຈະນຳມາເຊິ່ງປະສິດທິຜົນດ້ານເສດຖະກິດທີ່ໃຫຍ່ຫຼວງ ບໍ່ພຽງແຕ່ສຳລັບນັກລົງທຶນ, ຜູ້ນຳໃຊ້ໄຟຟ້າເທົ່ານັ້ນ, ຫາກຍັງສ້າງກາລະໂອກາດເປີດກວ້າງຕະຫຼາດຂາຍໄຟຟ້າ, ພິເສດແມ່ນຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ສະມາຊິກໃນກຸ່ມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ