ສັນຍາ​ນຕັ້ງໜ້າ​ໃນ ​ການ​ເຈລະຈາ​ທີ່​ ລັດຖະສະພາ​ອາ​ເມ​ລິ​ກາ

ສັນຍາ​ນຕັ້ງໜ້າ​ໃນ ​ການ​ເຈລະຈາ​ທີ່​ ລັດຖະສະພາ​ອາ​ເມ​ລິ​ກາ  - ảnh 1

(ພາບ: presstv.ir)

(vovworld)-​​​​ ​ ​ ການ​ນຳ​ບັນດາ​ສະມາຊິກ​ລັດຖະສະພາ​ ​ປະຊາທິປະ​ໄຕ ​ແລະ ສາ​ທາ​ລະນະ​ລັດ​ຢູ່​ສະພາ​ສູງ​ອາ​ເມ​ລິ​ກາ ພວມ​ກ້າວ​ເຂົ້າສູ່​ການ​ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ເປີດ​ປະຕູ​ລັດຖະບານ​ຄືນ​ໃໝ່ ​ແລະ ​ເພີ່ມ​ລາຄາ​ເພດານ​ໜີ້​ສາທາລະນະ ​ແລະ ຖ້າ​ຫາກ​ວ່າ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ສູງ​ໂດຍ​ຝ່າຍ​ປະຊາທິປະ​ໄຕ​ນຳພາ, ຂໍ້​ສະ​ເໜີ​ດັ່ງກ່າວ​ຈະ​ຖືກ​ສົ່ງ​ເຖິງສະພາ​ຕ່ຳ ຊື່​ງປະຈຸ​ບັນ​ພາຍ​ໃຕ້​ສິດ​ຄວບ​ຄຸມ​ຂອງ​ຝ່າຍ​ສາທາລະນະ​ລັດ. ການ​ນຳ​ສອງ​ຝ່າຍ​ໄດ້​ປະກົດ​ຕົວ​ຢູ່​ສະພາ​ສູງ​ເພື່ອ​ສະ​ແດງ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​ການ​ສ້າງ​ຂໍ້​ຕົກລົງ​ດັ່ງກ່າວ​ສຳ​ເລັດ​ໃນ​ສອງ​ສາມ​ມື້​ຈະ​ມາ​ເຖິງ.

   ຕໍ່ໜ້າ​ນການ​ກະທຳ​ອັນຕັ້ງໜ້າ​ດັ່ງກ່າວ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ຕີ​ລາຄາ​ວ່າ ​ເກືອບ​ຄື​ວ່າ​ໄດ້​ປະກົດ​ຄວາມ​ຄຶບໜ້າ​ໃນ​ການ​ເຈລະຈາ​ທີ່​ສະພາ​ສູງ​ກ່ຽວ​ກັບ​ການ​ຈົນ​ຕະ​ແຈ​ກ້ານ​ການ​ເງິນ. ທ່ານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫວັງ​ວ່າ​ນ້ຳ​ໃຈ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ​ສະບັບ​ໜຶ່ງ ກ່ອນ​ເວລາ​ກຳນົດ​ສຸດ​ທ້າຍ​ຄື​ວັນ​ທີ 17/10 ຈະ​ມາ​ເຖິງ ຊື່ງ​ແມ່ນ​ຈຸດ​ເວລາ​ທີ່​ໜີ້ສາທາລະນະຂອງ​ອາ​ເມ​ລິ​ກາ ​ຈະ​ຂຶ້ນ​ລະດັບ​ສູງ​ສຸດ 16.700 USD ​ແຕ່​ທ່ານ​ເຈົ້າພາບ​ທຳນຽບຂາວ​ຍັງ​ກ່າວ​ເຕືອນ​ວ່າ ລັດຖະບານ​ອາ​ເມ​ລິ​ກາ ຈະ​ມີ​ໄພລົ້ມລະລາຍ ຖ້າ​ຫາກ​ວ່າບັນດາ​ທ່ານສະມາຊິກ​ລັດຖະສະພາສາທາລະນະ​ບໍ່​ຍອມປະລະບັນດາ​ຄວາມ​ວິຕົກ​ກັງວົນ​ທີ່​ມີ​ລັກສະນະ​ພັກ​ຝ່າຍ.

ຂ່າວ/ບົດ​ອື່ນ