ສັນຍາເຊີແນວຍັງມີ ຄຸນຄ່າໃນຍຸກສະໄໝ ປະຈຸບັນ


ສັນຍາເຊີແນວຍັງມີ ຄຸນຄ່າໃນຍຸກສະໄໝ ປະຈຸບັນ - ảnh 1

(ພາບປະກອບ: vnthoisu.bplaced.net)

(vovworld) – ຕອນ​ເຊົ້າວັນ​ທີ 18/7, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ​, ປະທານ​ປະ​ເທດ, ລັດຖະບານ​ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ເຊັນ​ສັນຍາ​ເຊີ​ແນວ​ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ​ຢູ່​ຫວຽດນາມ (20/7/1954-20/7/2014) ຢ່າງ​ສົມ​ກຽດ. ​ເຂົ້າຮ່ວມ​ພິທີ​ມີ​ທ່ານ​ເລຂາທິການ​ໃຫ່ຍຫວຽນ​ຟູ​ຈ້ອງ, ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ, ບັນດາ​ການ​ນຳ​ພັກ, ລັດ, ນັກ​ປະຕິວັດ​ຜູ້​ອາວຸ​ໂສ, ຜູ້ຕາງໜ້າ​ອົງ​ການ​ທູຕານຸທູດ ​ແລະ ສະມາຊິກ​ເຂົ້າຮ່ວມ​ກອງ​ປະຊຸມ​ເຊີ​ແນວ​ປີ 1954 ຈຳນວນ​ໜຶ່ງ.

  ອ່ານ​ສູນ​ທອນ​ພົດ​ທີ່​ພິທີ,  ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຢືນຢັນ​ວ່າ, ການ​ເຊັນ​ສັນຍາ​ເຊີ​ແນວ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ​ຢູ່​ຫວຽດນາມ ​ແມ່ນ​ຂີດ​ໝາຍ​ປະຫວັດສາດ​ທີ່​ສຳຄັນ​ໃນ​ການ​ຕໍ່ສູ້​ອັນຍືດ​ເຍື້ອຍາວ​ນານ, ທຸກ​ຍາກ​ລຳບາກ​ຂອງ​ປະຊາຊົນ​ຫວຽດນາມ ​ເພື່ອ​ຍາດ​ເອົາ​ເອກະລາດ, ​ເສລີພາບ​ໃຫ້​ແກ່​ປະ​ເທດ​ຊາດ​ໃນ​ສັດຕະວັດ​ທີ 20:

  “ການ​ເຊັນ​ສັນຍາ​ແມ່ນ​ໄຊຊະນະ​ອັນ​ໃຫ່ຍຫຼວງ, ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຂອງ​ລັດ​ສາທາລະນະ​ລັດ​ປະຊາທິປະ​ໄຕຫວຽດນາມ. ​ເປັນຄັ້ງທຳ​ອິດ​ທີ່​ຝະລັ່ງ ​ແລະ ​ແຕ່ລະ​ປະ​ເທດ​ເຂົ້າຮ່ວມ​ກອງປະຊຸມ ​ໄດ້​ໃຫ້​ຄຳໝັ້ນສັນຍາ​ເຄົາ​ລົບອະທິປະ​ໄຕ, ​ຄວາມ​ເປັນເອກະລາດ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ບໍ່​ແຊກ​ແຊງ​ເຂົ້າວຽກ​ງານ​ພາຍ​ໃນ​ຂອງ​ຫວຽດນາມ. ​ໄຊຊະນະ​ຂອງ​ສັນຍາ​ເຊີ​ແນວ ​ແມ່ນ​ໄຊຊະນະ​ຂອງ​ນ້ຳ​ໃຈ​ຮັກ​ຊາດ, ຂອງ​ແນວ​ທາ​ງການ​ປະຕິວັດ, ຕໍ່ຕ້ານ​ທີ່​ຖືກຕ້ອງ​ຂອງ​ປະທານ​ໂຮ​ຈິ​ມິນ. ​ເປັນຄັ້ງທຳ​ອິດພື້ນຖານ​ການ​ທູດ​ປະຕິວັດ​ຫວຽ​ດນາມ ​ໄດ້​ກ້າວຂຶ້ນ​ເວທີ​ສາກົນ. ​ໄຊຊະນະ​ເຊີແນວ​ກໍ່​ແມ່ນ​ໄຊຊະນະ​ຂອງ​ນ້ຳ​ໃຈ​ສາມັກຄີ​ສາກົນ“.

   ພາຍຫຼັງ 30 ປີ​ແຫ່ງ​ການ​ປະຕິບັດ​ກິ​ດຈະ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ ບັນລຸ​ໄດ້​ຫຼາຍ​ຜົນງານ​ອັນ​ໃຫ່ຍຫຼວງ, ມີ​ຄວາມ​ໝາຍ​ປະຫວັດ​ສາດ. ​ແຕ່​ປະ​ເທດ​ຊາດ​ກໍ່​ພວມ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ນາໆ​ປະການ, ພິ​ເສດ​ແມ່ນ​ສະພາບ​ລະ​ເມີດ ​ແລະ ຂັດ​ແຍ້​ງ​ດ້ານອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສະພາບ​ການ​ດັ່ງກ່າວ​ຮຽກຮ້ອງ​ທົ່ງ​ພັກ, ທົ່ວ​ປວງ​ຊົນ​ຕ້ອງ​ສາມັກຄີ​ກັນ, ນຳ​ໃຊ້​ບັນດາ​ບົດຮຽນ​ປະຫວັດສາດຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ​ໃນ​ນັ້ນມີ​ບົດຮຽນ​ຈາກ​ກອງ​ປະຊຸມ​ເຊີ​ແນວ ປີ 1954:

  “ກ່ຽວ​ກັບ​ການ​ຕ່າງປະ​ເທດ, ສືບ​ຕໍ່​ການ​ຊີ້​ນຳ​ຢ່າງຮອບດ້ານ ​ແລະ ​ເອກະ​ພາບ​ຂອງ​ພັກ. ສືບ​ຕໍ່​ຮັກສາ​ແນວທາງ​ການ​ຕ່າງປະ​ເທດ​ເອກະ​ລາດ, ​ເປັາ​ເຈົ້າຕົນ​ເອງ, ສັນຕິພາບ, ຮ່ວມ​ມື​ພ້ອມ​ກັນ​ພັດທະນາ; ຕໍ່ສູ້​​ໂດ​ຍບໍ່​ຜ່ອນ​ສັນຜ່ອນ​ຍາວຕໍ່​ບັນດາ​ກຳລັງ​ລະ​ເມີດ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ ພ້ອມ​ທັງ​ຍຶດໝັ້ນ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ທຸກ​ການ​ຂັດ​ແຍ້​ງ​ດ້ວຍ​ມາດ​ຕະການໂດຍ​ສັນຕິ​ວິທີ“.

  ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຢືນຢັນ​ວ່າ, ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຫວຽດນາມ ​ແມ່ນ​ຊາດ​ຮັກຫອມ​ສັນຕິພາບ​ແຕ່​ສັນຕິພາບ​ຕ້ອງ​ຕິດ​ພັນ​ກັບ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ:

   “ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ເຊັນ​ສັນຍາ​ເຊີ​ແນວ, ຫວຽດນາມ ​ເດັດດ່ຽວຮັກສາ​ຫຼັກໝັ້ນ, ​ແນວ​ຄິດ​ການ​ທູດ​ຂອງ​ປະທານ​ໂຮ່ຈິ​ມິນ ສະ​ແດງ​ອອກ​ໃນ​ເອກະສານ​ຝາກ​ເຖິງ ສປຊ ​ແລະ ລັດຖະບານ​ປະ​ເທດ​ຕ່າງໆ​ພາຍຫຼັງວັນ​ທີ 2/9/1945. ປະຊາຊົນ​ຫວຽດນາມ​ ປາດ​ຖະໜາ​ຢາກ​ມີ​ສັນ​ຕິພາບ​ແຕ່​ປະຊາຊົນ​ຫວຽດນາມ ກໍ່​ເດັດດ່ຽວ​ຕໍ່ສູ້​ຈົນ​ສຸດ​ຄວາມ​ສາມາດ​ ເພື່ອ​ປົກ​ປັກ​ຮັກສາ​ບັນດາ​ສິດ​ທີ່ສັກກະລະບູຊາທີ່​ສຸດ; ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ຄວາມ​ເປັນ​ເອກະລາດ​ໃຫ້​ແກ່​ປະ​ເທດ​ຊາດ“./.

ຂ່າວ/ບົດ​ອື່ນ