ສົນທິສັນຍາ 98 ຊ່ວຍສ້າງການພົວພັນດ້ານແຮງງານມີຄວາມກົມກຽວ, ສະຖຽນລະພາບ ແລະ ຄວາມກ້າວໜ້າ

(VOVWORLD) - ດ້ວຍຖານະເປັນສະມາຊິກຂອງອົງການແຮງງານສາກົນ (ILO), ມາຮອດປະຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມ 21 ສົນທິສັນຍາຂອງອົງການແຮງງານສາກົນ (ILO)

ສົນທິສັນຍາ 98 ຊ່ວຍສ້າງການພົວພັນດ້ານແຮງງານມີຄວາມກົມກຽວ, ສະຖຽນລະພາບ ແລະ ຄວາມກ້າວໜ້າ - ảnh 1ກອງປະຊຸມສຳມະນາຈັດຕັ້ງໃນຕອນເຊົ້າວັນທີ 8 ພະຈິກ

(ພາບ: baodansinh.vn)

ຕອນເຊົ້າວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບອົງການແຮງງານສາກົນ (ILO) ຈັດຕັ້ງກອງປະຊຸມສຳມະນາປຶກສາຫາລືຮ່າງສຳເນົາເອກະສານຢື່ນສະເໜີເຂົ້າຮ່ວມສົນທິສັນາເລກທີ 98 ຂອງອົງການແຮງງານສາກົນ “ກ່ຽວກັບການນຳໃຊ້ບັນດາຫຼັກການຂອງສິດຈັດຕັ້ງ ແລະ ການເຈລະຈາລວມໝູ່”.

        ດ້ວຍຖານະເປັນສະມາຊິກຂອງອົງການແຮງງານສາກົນ (ILO), ມາຮອດປະຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມ 21 ສົນທິສັນຍາຂອງອົງການແຮງງານສາກົນ (ILO), ໃນນັ້ນມີ 5 ໃນຈຳນວນ 8 ສົນທິສັນຍາພື້ນຖານ.

        ທ່ານ ຢ໋ວານເມົ້າຢຽບ, ຮອງລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:

        “ໃນສະພາບການທີ່ ຫວຽດນາມ ພວມເຊື່ອມໂຍງນັບມື້ນັບເລິກເຊິ່ງ, ກ້ວາງຂວາງ, ໃນນັ້ນມີການເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃໝ່ນັ້ນ, ບົດບາດ, ຄວາມສຳຄັນຂອງບັນດາສົນທິສັນຍາພື້ນຖານຂອງ ILO, ໃນນັ້ນມີສົນທິສັນຍາເລກທີ 98 ໄດ້ສະແດງອອກຢ່າງຈະແຈ້ງກ່ວາ. ຕາມນັ້ນແລ້ວ, ແຜນການເຂົ້າຮ່ວມສົນທິສັນຍາເລກທີ 98 ນອນໃນໄລຍະແຕ່ນີ້ຮອດປີ 2020. ໂດຍເລີ່ມມາຈາກສະພາບການດັ່ງກ່າວ, ເລື່ອງຄົ້ນຄ້ວາ, ສະເໜີເຂົ້າຮ່ວມສົນທິສັນຍາເລກທີ 98 ໃນໄລຍະນີ້ແມ່ນວຽກງານຈຳເປັນ, ເໝາະສົມກັບບັນດາແຜນນະໂຍບາຍຂອງ ຫວຽດນາມ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນເວົ້າລວມ ແລະ ການເຊື່ອມໂຍງເຂົ້າຮ່ວມເສດຖະກິດໂລກເວົ້າສະເພາະ, ປະກອບສ່ວນປະຕິບັດແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດແຮງງານ, ສັງຄົມຂອງ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ