ສິນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ດຶງ​ດູ​ດ​ເງິນ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

(VOVWORLD) - ພິທີເປີດການລົງນາມສົນທິສັນຍາຂອງ ສປຊ ກ່ຽວກັບ ການຕ້ານອາດຊະຍາກຳທາງໄຊເບີ ຈະດຳເນີນໃນວັນທີ 25 ແລະ 26 ຕຸລາຈະມາເຖິງ, ຢູ່ຮ່າໂນ້ຍ.
ສິນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ດຶງ​ດູ​ດ​ເງິນ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ - ảnh 1ທ່ານ ພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ (ພາບ: TTXVN)

ນີ້ແມ່ນຄັ້ງທຳອິດ ສປຊ ໄດ້ເລືອກເອົາຫວຽດນາມ ແມ່ນສະຖານທີ່ຈັດພິທີເປີດການລົງນາມສົນທິສັນຍາສາກົນ ທີ່ມີລັກສະນະທົ່ວໂລກ. ເຫດການນີ້ ບໍ່ພຽງແຕ່ສ້າງຂີດໝາຍໃໝ່ໃນການປະຕິບັດວຽກງານເຊື່ອມໂຍງເຂົ້າກັບນິຕິກຳສາກົນ ເວົ້າສະເພາະ ແລະ ການຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ເວົ້າລວມ, ຫາກຍັງນຳມາເຊິ່ງບັນດາກາລະໂອກາດໂດຍກົງ ເພື່ອດຶງດູດການລົງທຶນຈາກສາກົນ ເຂົ້າຂົງເຂດປ້ອງກັນຄວາມປອດໄພທາງໄຊເບີ ຢູ່ ຫວຽດນາມ. ໂດຍໃຫ້ຂໍ້ສັງເກດກ່ຽວກັບໂອກາດນີ້, ທ່ານ ພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຖືວ່າ:

ບັນດາຂົງເຂດດຶງດູດການລົງທຶນຫຼາຍທີ່ສຸດໃນປັດຈຸບັນລວມມີຄວາມປອດໄພທາງໄຊເບີ ໃຫ້ຂົງເຂດການເງິນທະນາຄານ, ການຄ້າເອເລັກໂຕນິກ ແລະ Computer Clouthing. ບັນດາການບໍລິການຕິດຕາມກວດກາ ແລະ ກະທົບຕອບບັນຫາເຫດເຄືອຂ່າຍອິນເຕີເນັດ, ພິເສດແມ່ນການບໍລິການຄວາມລັບຂອງ Computer Clouthing ໄດ້ຮັບການຕີລາຄາແມ່ນມີຄວາມສາມາດບົ່ມຊ້ອນທີ່ສຸດ. ເພາະສະນັ້ນ, ໃນຂອບເຂດພິທີລົງນາມສົນທິສັນຍາຮ່າໂນ້ຍ, ພວກຂ້າພະເຈົ້າ ຈະຈັດງານວາງສະແດງໃຫຍ່ກ່ຽວກັບຄວາມປອດໄພທາງໄຊເບີ ແລະ ຫັນເປັນດີຈີຕອນ, ຄາດວ່າຈະສາມາດດຶງດູດບັນດາບໍລິສັດເຕັກໂນໂລຢີແຖວໜ້າຂອງ ຫວຽດນາມ. ຜ່ານນັ້ນ, ກໍ່ຈະສ້າງໂອກາດເພື່ອໃຫ້ບັນດາວິສາຫະກິດທົ່ວໂລກ ເຊື່ອມຕໍ່ໂດຍກົງ ກັບວິສາຫະກິດ ແລະ ອົງການລັດຖະບານ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ